ລັດເຊຍ ຈັບຕົວນັກຂ່າວໜັງສືພິມລາຍວັນຖະໜົນ Wall ໃນຂໍ້ຫາຄະດີນັກສືບ

(VOVWORLD) -ຕາມ FSB ແລ້ວ, ຜູ້ນີ້ໄດ້ເກັບຂໍ້ມູນສ້າງເປັນຂໍ້ມູນລັບແຫ່ງລັດ “ກ່ຽວກັບການເຄື່ອນໄຫວຂອງໜຶ່ງໃນບັນດາວິສາຫະກິດຂຶ້ນກັບໜ່ວຍອຸດສາຫະກຳ- ການທະຫານ ລັດເຊຍ” ແລະ ອາດຕ້ອງປະເຊີນໜ້າກັບຄຳຕັດສິນຈຳຄຸກແຕ່ 10 ຫາ 20 ປີ.
ລັດເຊຍ ຈັບຕົວນັກຂ່າວໜັງສືພິມລາຍວັນຖະໜົນ Wall ໃນຂໍ້ຫາຄະດີນັກສືບ - ảnh 1ສານຢູ່ ມົດສະກູ ໄດ້ຈັບຕົວພົນລະເມືອງ ອາເມລິກາ Evan Gershkovich, ນັກຂ່າວຂອງວາລະສານຖະໜົນ Wall
(ພາບ: al Jazeera)

        ວັນທີ 30 ມີນາ, ສື່ມວນຊົນ ລັດເຊຍ ໄດ້ລົງຂ່າວວ່າ, ສານຢູ່ ມົດສະກູ ໄດ້ຈັບຕົວພົນລະເມືອງ ອາເມລິກາ Evan Gershkovich, ນັກຂ່າວຂອງວາລະສານຖະໜົນ Wall (WSJ), ໃນເຫດຄະດີອາຍາກ່ຽວກັບໂທດເປັນນັກສືບ. ກ່ອນໜ້ານັ້ນ, ອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ (FSB) ໄດ້ແຈ້ງໃຫ້ຊາບວ່າ Evan Gershkovich ຖືກຈັບຕົວຍ້ອນຖືກສົງໄສແມ່ນນັກສືບໃຫ້ແກ່ລັດຖະບານ ອາເມລິກາ. ຕາມ FSB ແລ້ວ, ຜູ້ນີ້ໄດ້ເກັບຂໍ້ມູນສ້າງເປັນຂໍ້ມູນລັບແຫ່ງລັດ “ກ່ຽວກັບການເຄື່ອນໄຫວຂອງໜຶ່ງໃນບັນດາວິສາຫະກິດຂຶ້ນກັບໜ່ວຍອຸດສາຫະກຳ- ການທະຫານ ລັດເຊຍ” ແລະ ອາດຕ້ອງປະເຊີນໜ້າກັບຄຳຕັດສິນຈຳຄຸກແຕ່ 10 ຫາ 20 ປີ.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ກ່າວປະນາມເລື່ອງ ລັດເຊຍ ຈັບຕົວນັກຂ່າວເຊິ່ງແມ່ນພົນລະເມືອງ ອາເມລິກາ. ທ່ານເນັ້ນໜັກວ່າ, ບຸລິມະສິດແຖວໜ້າຂອງກະຊວງການຕ່າງປະເທດ ອາເມລິກາ ແມ່ນຄວາມປອດໄພ ແລະ ຄວາມໝັ້ນຄົງຂອງພົນລະເມືອງ ອາເມລິກາ ຢູ່ຕ່າງປະເທດ, ພ້ອມທັງຢ້ຳຄືນຄຳກ່າວເຕືອນກ່ຽວກັບຄວາມເປັນອັນຕະລາຍສຳລັບພົນລະເມືອງ ອາເມລິກາ ທີ່ພວມຢູ່ ລັດເຊຍ ແລະ ກ່າວເຕືອນໃຫ້ເຂົາເຈົ້າຕ້ອງອອກຈາກ ລັດເຊຍ ໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ