ລັດເຊຍ ຈັບຕົວເປົ້າໝາຍ IS ຫລາຍຄົນ

(VOVWORLD) -ວັນທີ 04 ພຶດສະພາ, ອົງການປ້ອງກັນຄວາມສະຫງົບແຫ່ງສະຫະພັນ ລັດເຊຍ (FSB) ປະກາດວ່າ ບັນດາກຳລັງປົກປ້ອງກົດໝາຍປະເທດນີ້ ໄດ້ຈັບຕົວເປົ້າໝາຍ 5 ຄົນເຊິ່ງແມ່ນສະມາຊິກອົງການ “ລັດອິດສະລາມ” (IS) ພ້ອມທັງໄດ້ຢຶດເອົາບັນດາວັດຖຸລະເບີດທີ່ຜະລິດຂຶ້ນເອງ ແລະ ອາວຸດຈຳນວນໜຶ່ງ.

ບັນດາເປົ້າໝາຍດັ່ງກ່າວ ຖືກຈັບຕົວຢູ່ນະຄອນ Yaroslavl, ທາງທິດຕາເວັນອອກສ່ຽງເໜືອນະຄອນຫລວງ ມົດສະກູ,  ແລະ ໄດ້ຍອມຮັບວ່າພວມມີກົນອຸບາຍດຳເນີນບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ເຂດຕ່າງໆໃນປະເທດ ລັດເຊຍ.

        ກ່ອນໜ້ານັ້ນ, ທ້າຍເດືອນເມສາ ຜ່ານມາ, ບັນດາຜູ້ປະຕິບັດງານພິເສດຂອງອົງການ FSB ໄດ້ສະກັດກັ້ນກົນອຸບາຍຈຳດຳເນີນການບຸກໂຈມຕີກໍ່ການຮ້າຍຢູ່ ມົດສະກູ ຂອງເປົ້າໝາຍ 4 ຄົນເຊິ່ງເປັນສະມາຊິກ IS.

ຕອບກັບ

ຂ່າວ/ບົດ​ອື່ນ