​ລັດ​ເຊຍ ຈະ​ບໍ່​ເຂົ້າ​ຮ່ວມ New START ຄືນ​ໃໝ່ ຖ້າ​ຫາກອາ​ເມ​ລິ​ກາ ບໍ່​ປ່ຽນ​ແປງ​ຫຼັກ​ໝັ້ນ​ກ່ຽວ​ກັບ ຢູ​ແກຼນ

(VOVWORLD) -ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານ Sergei Ryabkov ໂດຍໃຫ້ຮູ້ວ່າ ສອງປະເທດຈະສືບຕໍ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງສົນທິສັນຍາດັ່ງກ່າວຜ່ານຫຼາຍຊ່ອງທາງ ຕິດຕໍ່ພົວພັນ.
​ລັດ​ເຊຍ ຈະ​ບໍ່​ເຂົ້າ​ຮ່ວມ New START ຄືນ​ໃໝ່ ຖ້າ​ຫາກອາ​ເມ​ລິ​ກາ ບໍ່​ປ່ຽນ​ແປງ​ຫຼັກ​ໝັ້ນ​ກ່ຽວ​ກັບ ຢູ​ແກຼນ - ảnh 1ທ່ານຮອງລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergei Ryabkov (ພາບ: TASS)

ວັນທີ 1 ມີນາ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergei Ryabkov ໄດ້ເນັ້ນໜັກວ່າ ອຳນາດການປົກຄອງປະເທດນີ້ ບໍ່ສາມາດພິຈາລະນາຄືນການຢຸດຕິສົນທິສັນຍາອາວຸດນິວເຄຼຍ (New START)ກັບ ອາເມລິກາ ຄືນໃໝ່,  ຈົນຮອດເວລາທີ່ອຳນາດການປົກຄອງທ່ານປະທານາທິບໍດີ Joe Biden ຈະປ່ຽນແປງນະໂຍບາຍຕໍ່ຢູແກຼນ. ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານ Sergei Ryabkov ໂດຍໃຫ້ຮູ້ວ່າ ສອງປະເທດຈະສືບຕໍ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງສົນທິສັນຍາດັ່ງກ່າວຜ່ານຫຼາຍຊ່ອງທາງ ຕິດຕໍ່ພົວພັນ.

ແລະກໍ່ໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກວັງ Kremlin ກໍ່ປະກາດວ່າ ລັດເຊຍ ຈະບໍ່ເຂົ້າຮ່ວມສົນທິສັນຍາຫຼຸດຜ່ອນອາວຸດນິວເຄຼຍ New START ກັບ ອາເມລິກາ, ຈົນຮອດເວລາໃດ ອາເມລິກາຈະຍອມຮັບຟັງຫຼັກໝັ້ນຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ