ລັດ​ເຊຍ​ ຈະ​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຂອງ EU

(VOVWORLD) -ວັງ Kremlin ຖະແຫຼງວ່າ ຈະຄົ້ນຄ້ວາບ້ວງລົງໂທດຄັ້ງຫຼ້າສຸດຂອງ ສະຫະພາບ ເອີລົບ (EU) ທີ່ເລັ່ງໃສ່ ລັດເຊຍ ແລະ ຫຼັງຈາກນັ້ນ ຈະຍົກອອກປະຕິກິລິຍາຂອງຕົນ. 
ລັດ​ເຊຍ​ ຈະ​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຂອງ EU - ảnh 1ທ່ານ Dmitry Peskov ເລຂາທິການສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ (ພາບ: TTXVN)

ວັນທີ 16 ທັນວາ, ໂດຍຕອບຄຳຖາມກ່ຽວກັບ ການກຽມພ້ອມຂອງລັດເຊຍຕໍ່ບັນດາຄຳສັ່ງລົງໂທດໃໝ່ຂອງ EU, ທ່ານ Dmitry Peskov ເລຂາທິການສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ ກ່ອນອື່ນໝົດ ລັດເຊຍຕ້ອງຊອກຮູ້ກ່ຽວກັບມາດຕະການລົງໂທດຄັ້ງທີ 9 ນີ້ ແລະ ຫຼັງຈາກນັ້ນຈະມີການກະທຳຢ່າງເໝາະສົມ.

ກ່ອນໜ້ານັ້ນ, ມີຂ່າວຄາວທີ່ວ່າ ເອກອັກຄະລັດຖະທູດຂອງ 27 ປະເທດ ສະມາຊິກ EU ໄດ້ເຫັນດີເປັນເອກະພາບກ່ຽວກັບບ້ວງລົງໂທດຄັ້ງທີ 9 ເລັ່ງໃສ່ລັດເຊຍ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ. ນັບແຕ່ເວລາເກີດການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ໃນເດືອນກຸມພາ 2022, EU ໄດ້ອອກ 8 ຄຳສັ່ງລົງໂທດເລັ່ງໃສ່ລັດເຊຍ ເຊິ່ງສົ່ງຜົນກະທົບຕໍ່ສ່ວນບຸກຄົນ 1.200 ຄົນ ແລະ ອົງການທີ່ກ່ຽວຂ້ອງ 118 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ