ລັດ​ເຊຍ ຈະ​ຫັນ​ທິດ​ການ​ສົ່ງ​ອອກ​ພະ​ລັງ​ງານ​ໄປ​ຍັງ ອາ​ຊີ

(VOVWORLD) -ວັນທີ 14 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດວ່າ ປະເທດນີ້ ຈະເອົາໃຈໃສ່ເປັນພິເສດເຖິງການສົ່ງອອກພະລັງງານໄປຍັງທາງທິດຕາເວັນອອກ, ໃນສະພາບທີ່ປະເທດເອີລົບພວມຊອກຫາວິທີຫຼຸດຜ່ອນການອີງໃສ່ແຫຼ່ງສະໜອງນ້ຳມັນອາຍແກັດຂອງ ລັດເຊຍ.

ລັດ​ເຊຍ ຈະ​ຫັນ​ທິດ​ການ​ສົ່ງ​ອອກ​ພະ​ລັງ​ງານ​ໄປ​ຍັງ ອາ​ຊີ - ảnh 1ລະບົນຂຸດຄົ້ນ ພະລັງງານຂອງ ລັດເຊຍ (ພາບ: TASS/TTXVN)

ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ ໄດ້ອອກອາກາດໃນຊ່ອງໂທລະພາບ, ທ່ານປະທານາທິບໍດີ Vladimir Putin ເນັ້ນຫນັ້ກວ່າ: “ສິ່ງທີ່ເປັນໜ້າປະຫຼາດໃຈນັ້ນແມ່ນ ບັນດາຄູ່ ປະເທດຈັດວາງຄຳສັ່ງລົງໂທດໃສ່ລັດເຊຍ ຍອມຮັບວ່າ ເຂົາເຈົ້າຈະບໍ່ສາມາດເຮັດຫຍັງໄດ້ຖ້າບໍ່ມີແຫຼ່ງພະລັງງານຂອງ ລັດເຊຍ, ຍົກຕົວຢ່າງຄື ບໍ່ມີອາຍແກັດທຳມະຊາດ”. ທ່ານຖືວ່າ ປັດຈຸບັນ ເອີລົບ ບໍ່ມີແຫຼ່ງສະໜອງອາຍແກັດທີ່ມາປ່ຽນແທນໃຫ້ອາຍແກັດຂອງລັດເຊຍ ທີ່ເໝາສົມນັ້ນ ແມ່ນສາຍເຫດເຮັດໃຫ້ຕະຫຼາດຂາດສະຖຽນລະພາບ ແລະ ເຮັດໃຫ້ລາຄາພະລັງງານເພີ່ມຂຶ້ນສູງ. ທ່ານກ່າວເຕືອນວ່າ ຄວາມມານະພະຍາຍາມນີ້ຂອງ ຝ່າຍຕາເວັນຕົກ ແນ່ນອນວ່າ ຈະກໍ່ຜົນກະທົບຕໍ່ພື້ນຖານເສດຖະກິດໂລກ. ນອກຈາກນັ້ນ, ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ລັດເຊຍ ຄວນຮ່ວມມືກໍ່ສ້າງພື້ນຖານໂຄງລ່າງໃຫ້ເໝາະສົມກັບການສົ່ງອອກນ້ຳມັນ ແລະ ອາຍແກັດໃຫ້ແກ່ບັນດາປະເທດ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ