ລັດເຊຍ ຈະໂຕ້ຕອບກັບບັນດາໄພນາບຂູ່ຢ່າງແຂງກະດ້າງ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ລັດເຊຍ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດວ່າ ລັດເຊຍ ຈະໂຕ້ຕອບຢ່າງແຂງກະດ້າງ, ຖ້າຫາກອຳນາດການປົກຄອງ ຢູແກຼນ ສືບຕໍ່ຈັດບັນດາເຫດບຸກໂຈມຕີກໍ່ການຮ້າຍ.
ລັດເຊຍ ຈະໂຕ້ຕອບກັບບັນດາໄພນາບຂູ່ຢ່າງແຂງກະດ້າງ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ:rianovosti)
ວັນທີ 10 ຕຸລາ, ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ລັດເຊຍ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດວ່າ ລັດເຊຍ ຈະໂຕ້ຕອບຢ່າງແຂງກະດ້າງ, ຖ້າຫາກອຳນາດການປົກຄອງ ຢູແກຼນ ສືບຕໍ່ຈັດບັນດາເຫດບຸກໂຈມຕີກໍ່ການຮ້າຍ. ທ່ານປະທານາທິບໍດີ Putin ກ່າວຫາ ກີແອບ ຢູ່ເບື້ອງຫຼັງເຫດການວາງລະເບີດເທິງຂົວ Crimea. ຂໍ້ມູນຂອງການກວດນິຕິເວດສາດ ແລະ ບັນດາຂໍ້ມູນອື່ນສະແດງໃຫ້ເຫັນວ່າ ເຫດລະເບີດໃນວັນທີ 8 ຕຸລາ, ແມ່ນເຫດບຸກໂຈມຕີກໍ່ການຮ້າຍເພື່ອທຳລາຍພື້ນຖານໂຄງລ່າງພົນລະເຮືອນທີ່ສຳຄັນຂອງລັດເຊຍ. ທ່ານໃຫ້ຮູ້ວ່າ ກອງທັບ ລັດເຊຍ ໄດ້ດຳເນີນການບຸກໂຈມຕີຄັ້ງໃຫຍ່ດ້ວຍອາວຸດມີຄວາມຊັດເຈນໄລຍະໄກທາງອາກາດ, ທາງທະເລ ແລະ ທາງບົກເພື່ອເລັ່ງໃສ່ບັນດາຮາກຖານພະລັງງານ, ກອງບັນຊາການທະຫານ ແລະ ຂໍ້ມູນຂ່າວສານພົວພັນຕິດຕໍ່ຂອງ ຢູແກຼນ. ການນຳ ລັດເຊຍ ໄດ້ປະກາດວ່າ ບັນດາການບຸກໂຈມຕີຄັ້ງນີ້ເພື່ອແນໃສ່ໂຕ້ຕອບການບຸກໂຈມຕີກໍ່ການຮ້າຍໂດຍກຳລັງພິເສດຂອງ ຢູແກຼນ ຈັດຂຶ້ນຢູ່ຂົວ Crimea ແລະ ບັນດາເຫດບຸກໂຈມຕີອື່ນເລັ່ງໃສ່ພື້ນຖານໂຄງລ່າງພົນລະເຮືອນຂອງລັດເຊຍ. ລັດເຊຍ ຈະໂຕ້ຕອບຢ່າງແຂງກະດ້າງ ແລະ ດ້ວຍຂອບຂະໜາດທີ່ເໝາະສົມກັບລະດັບບັນດາໄພນາບຂູ່ທີ່ກໍ່ຂຶ້ນຕໍ່ສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ