ລັດເຊຍ ຈະໂຕ້ຕອບພາຍຫຼັງເຫດກໍ່ການຮ້າຍໃສ່ຂົວ Crimea

(VOVWORLD) - ທ່ານ Vladimir Putin ກໍ່ເນັ້ນໜັກເຖິງບັນດາເຫດທີ່ເກີດຂຶ້ນຢູ່ຂົວ Crimea ແມ່ນເຫດບຸກໂຈມຕີກໍ່ການຮ້າຍ.
ລັດເຊຍ ຈະໂຕ້ຕອບພາຍຫຼັງເຫດກໍ່ການຮ້າຍໃສ່ຂົວ Crimea - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: Sputnik)

        ວັນທີ 17 ກໍລະກົດ, ທີ່ກອງປະຊຸມທາງໄກກ່ຽວກັບສະພາບການຢູ່ຂົວ Crimea, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ, ແນ່ນອນວ່າ ລັດເຊຍ ຈະໂຕ້ຕອບເຫດບຸກໂຈມຕີກໍ່ການຮ້າຍໃສ່ຂົວແຫ່ງນີ້. ທ່ານ Vladimir Putin ກໍ່ເນັ້ນໜັກເຖິງບັນດາເຫດທີ່ເກີດຂຶ້ນຢູ່ຂົວ Crimea ແມ່ນເຫດບຸກໂຈມຕີກໍ່ການຮ້າຍ. ທ່ານກ່າວຫາການກະທຳດັ່ງກ່າວໂດຍ ຢູແກຼນ ກໍ່ຂຶ້ນ. ການນຳ ລັດເຊຍ ພວມລໍຖ້າບັນດາຂໍ້ສະເໜີລະອຽດເພື່ອປັບປຸງຄວາມໝັ້ນຄົງໃຫ້ແກ່ຮາກຖານຂົນສົ່ງແບບສຳຄັນຍຸດທະສາດ ດັ່ງກ່າວ, ຍ້ອນນີ້ແມ່ນເຫດບຸກໂຈມຕີກໍ່ການຮ້າຍເປັນຄັ້ງທີ 2 ໃສ່ຂົວແຫ່ງນີ້ແລ້ວ. ພ້ອມທັງ, ທ່ານປະທານາທິບໍດີ Vladimir Putin ໄດ້ຊີ້ນຳໃຫ້ອຳນາດການປົກຄອງສະຫະພັນ ແລະ ເຂດເກີດເຫດສະໜອງທຸກການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດລະເບີດຢູ່ຂົວ Crimea.

        ກ່ອນໜ້ານັ້ນ, ຄະນະກຳມະການຕ້ານການກໍ່ການຮ້າຍແຫ່ງຊາດ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ, ມີເຮືອບິນບໍ່ມີຄົນຂັບໜ້າດິນຂອງ ຢູແກຼນ ໄດ້ບຸກໂຈມຕີຂົວ Crimea. ຜົນຮ້າຍແມ່ນຄົມມະນາຄົມຖືກຢຸດສະງັກ.

ຕອບກັບ

ຂ່າວ/ບົດ​ອື່ນ