ລັດ​ເຊຍ ຊຸກ​ຍູ້​ການ​ທູດ​ວັດ​ທະ​ນະ​ທຳ ກັບ ອາ​ຊຽນ

(VOVWORLD) -ວັນທີ 27 ພະຈິກ, ສູນຄົ້ນຄວ້າ ອາຊຽນ ສັງກັດສະຖາບັນການຕ່າງປະເທດແຫ່ງຊາດ Moskva, ສະຫະພັນ ລັດເຊຍ (MGIMO) ໄດ້ຈັດງານລາຕີວັດທະນະທຳບັນດາປະເທດ ອາຊຽນ. ນີ້ແມ່ນໜຶ່ງໃນບັນດາເຫດການແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ລັດເຊຍ - ອາຊຽນ ຄົບຮອບ 30 ປີ (1991 – 2021).
ລັດ​ເຊຍ ຊຸກ​ຍູ້​ການ​ທູດ​ວັດ​ທະ​ນະ​ທຳ ກັບ ອາ​ຊຽນ - ảnh 1ນັກສຶກສາ ລັດເຊຍ  ແລະ ບັນດາປະເທດ ສະແດງສິລະປະທີ່ເຫດການ (ພາບ: TTXVN)

   ກ່າວຄຳເຫັນນະທີ່ນີ້, ທ່ານນາງ Ekaterina Koldunova ຮັກສາການຜູ້ອຳນວຍການສູນຄົ້ນຄວ້າ ອາຊຽນ ຖືວ່າ ແຕ່ລະປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ມີພື້ນຖານວັດທະນະທຳທີ່ໜ້າຈັບອົກຈັບໃຈ ເຊິ່ງປະຊາຊົນ ລັດເຊຍ ພຽງແຕ່ໄດ້ຮູ້ຈັກເຖິງຜ່ານການທ່ອງທ່ຽວເທົ່ານັ້ນ. ນອກຈາກນັ້ນ, ດ້ວຍການຈັດຕັ້ງເຫດການນີ້, ສູນຄົ້ນຄວ້າ ອາຊຽນ ຈະມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ປະຊາຊົນບັນດາປະເທດ ອາຊຽນ ຜ່ານດົນຕີ, ສິລະປະ, ຟິມຮູບເງົາ… ຫຼາຍກວ່າອີກ.

        ທີ່ເຫດການນີ້, ນັກສຶກສາ ລັດເຊຍ ແລະ ຫຼາຍປະເທດອື່ນໆໃນໂລກ ໄດ້ສະແດງລາຍການດົນຕີທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາປະເທດ ອາຊຽນ ຄື ອິນໂດເນເຊຍ, ລາວ ແລະ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ