ລັດເຊຍ ຊຸກຍູ້ບັນດານັກສັງເກດການ ສະຫະປະຊາຊາດ ສືບຕໍ່ເຮັດວຽກຢູ່ ຊີຣີ

ລັດເຊຍ ຊຸກຍູ້ບັນດານັກສັງເກດການ ສະຫະປະຊາຊາດ ສືບຕໍ່ເຮັດວຽກຢູ່ ຊີຣີ - ảnh 1
ພາກສ່ວນໜຶ່ງຂອງຄະ​ນະຕິດຕາມ​ກວດກາ​ສະຫະ​ປະຊາ​ຊາດ ເດີນທາງອອກຈາກ ຊີຣີ
(ພາບ:
guardian)

(vovworld) – ວັນ​ທີ 15/8, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ຊຸກ​ຍູ້​ຄະ​ນະຕິດຕາມ​ກວດກາ​ສະຫະ​ປະຊາ​ຊາດ ສືບ​ຕໍ່​​ເຮັດ​ວຽກ​ຢູ່ ຊີຣີ ຍ້ອນ​ຖື​ວ່າ ​ເລື່ອງ​ຄະນະ​ດັ່ງກ່າວ​ຖອນ​ອອກ​ຈາກ ຊີຣີ ຈະ​ກໍ “ຜົນ​ຮ້າຍ​ອັນຮ້າຍ​ແຮງ​ທີ່​ສຸດ” ​ຕໍ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ແຈ້ງ​ການ​ຂອງ​ກົມຖະ​ແຫຼ​ງຂ່າ​ວ ສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ຖື​ວ່າ: ສະຫະ​ປະຊາ​ຊາດ ອາດ​ຈະ​ປ່ຽນ​ແປງ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ໃຫ້​ເໝາ​ະສົມ​ກັບ​ສະພາບ​ຕົວ​ຈິງ ​ແລະ ການ​ມີໜ້າ​ຂອງ​ຄະນະ​ສະຫະ​ປະຊາ​ຊາດ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ໂດຍ​ກົງ​ກ່ຽວ​ກັບ​ສະພາບ​ການ​ພວມ​ເກີດ​ຂຶ້ນ​ຢູ່ ຊີຣີ. ດັ່ງ​ນັ້ນ, ລັດ​ເຊຍ ສະໜັບສະໜູນ​ການ​ຕໍ່​ກຳນົດ​ເວລາ​ປະຕິບັດ​ໜ້າ​ທີ່ໃຫ້​​ຄະນະ​ຕິດຕາມ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ ຊີຣີ (ຫຼື UNSMIS), ພາຍຫຼັງ​ທີ່ຄະ​ນະ​ນີ້​ໄດ້ຮັບ​ການ​ຕໍ່​ກຳນົ​ດ​ເວລາ​​ເຄື່ອນ​ໄຫວ​ຄັ້ງ​ໜຶ່ງ​​ແລ້ວ​ເມື່ອວັນ​ທີ 30/7.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໄດ້​ກ່າວ​​ເຕືອນ​ຈະ​ບໍ່​ອະນຸຍາດ​ໃຫ້​ບັນດາ​ປະ​ເທດ ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ທຳລາຍ​ຂໍ້​ຕົກລົງ​ການ​ມອບ​ໂອນອຳນາດ​ການ​ເມືອງ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ທີ່ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່ ຊີຣີ, ​ເຊິ່ງ​ໄດ້​ຮັບ​ການ​ຕົກລົງ​ກັນໃນ​ທ້າຍ​​ເດ​ືອນ 6 ຢູ່ ​ເຊີ​​ແນວ ປະ​ເທດ ສະ​ວິດ. ກ່າວ​ຄຳ​ເຫັນ​ທີ່​ການ​ຢ້ຽມຢາມ Belarus, ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ຖື​ວ່າ “ບັນດາ​ສິ່ງ​ທີ່​ບັນລຸ​ໄດ້​ຢູ່ ​ເຊີ​​ແນວ ​ແມ່ນ​ບໍ່​ສາມາດ​​ທຳລາຍ​ໄດ້”. ທ່ານ Lavrov ຢືນຢັນ​ວ່າ: ມົດ​ສະ​ກູ​ ພວມ​ລໍຄອຍ​ຄຳ​ຕອບ​ຈາກ​ບັນດາ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ.

ຂ່າວ/ບົດ​ອື່ນ