ລັດເຊຍ ຊຸກຍູ້ຝ່າຍຄ້ານ ຢູ່ ຊີຣີ ສະໜັບສະໜູນຂໍ້ລິເລີ່ມໃໝ່

ລັດເຊຍ ຊຸກຍູ້ຝ່າຍຄ້ານ ຢູ່ ຊີຣີ ສະໜັບສະໜູນຂໍ້ລິເລີ່ມໃໝ່ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov
(ພາບຈາກ ອີນເຕີເນັດ)

(vovworld) - ວັນ​ທີ 15/5, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ຮຽກ​ຮ້ອງ​ໃຫ້​ຝ່າຍ​ຄ້ານ ຊີຣີ ສະໜັບ​ສະ​ໜູນ​ຄວາມ​ມານ​ະພະ​ຍາ​ຍາມ​ຂອງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໃນ​ການ​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ເພື່ອ​ແນ​​ໃສ່​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊີຣີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavrov ຢືນຢັນຄວາມ​ສຳຄັນ​ຂອງ​ເລື່ອງ​ທຸກໆ​ຝ່າຍ “ສະ​ແດງ​ຄວາມ​ສະໜັບສະໜູນ​​ຕໍ່​ຂໍ້​ລິ​ເລີ່ມ ລັດ​ເຊຍ - ອາ​ເມ​ລິ​ກາ ​ຢ່າງ​ຈະ​ແຈ້ງເພື່ອ​ປະຕິບັດ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ ​ເຊີ​ແນວ, ປະ​ເທດ ​ສະ​ວິດ ​ເມື່ອ​ເດືອນ 6/2012 ຢ່າງ​ຄົບ​ຖ້ວນ”. ພັນທະ​ມິດ​ຊົນ​ຊາດ ຊີຣີ (SNC) ຝ່າຍ​ຄ້ານ​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຢູ່ Istanbul ປະ​ເທດ ຕວກກີ​ເມື່ອ​ວັນ​ທີ 23/5 ຈະມາ​ເຖິງ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມ ລັດ​ເຊຍ - ອາ​ເມ​ລິ​ກາ ​ໃນ​ການຈັດ​ຕັ້ງກອງ​ປະຊຸມ​ສາກົນ​ປຶກສາ​ຫາ​ລື ກ່ຽວ​ກັບ ຊີຣີ. ຄວາມ​ຈິງ​ແລ້ວ, ຂໍ້​ຕົກລົງ​ຢູ່ ​ເຊີ​​ແນວ ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ​ເທື່ອ​ຍ້ອນ​ບັນດາ​ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບການ​ດຳລົງ​ຕຳ່​ແໜງຂອງ​ທ່ານ​ປາທາ​ນາ​ທິບໍດີ ຊີຣີ Bashar Al Assad, ຜູ້​ທີ່​ຝ່າຍ​ຄ້ານ​​ໄດ້​ທວງ​ໃຫ້​ປະລະ​ສິດ​ອຳນາດ ​ແລະ ຖື​ວ່າ​ນີ້​ແມ່ນ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດ​ກ່ອນ​ທີ່​ດຳ​ເນີນ​ການ​ເຈ​ລາ​ຈາ.

ຂ່າວ/ບົດ​ອື່ນ