ລັດ​ເຊຍ ຊັ່ງ​ຊາ​​ກໍ​ລະ​ນີ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 26 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ຊັ່ງຊາກໍລະນີເຈລະຈາກັບ ອາເມລິກາ, ແຕ່ບໍ່ແມ່ນການປຶກສາຫາລືຮອບດ້ານກ່ຽວກັບທຸກບັນຫາ. 
ລັດ​ເຊຍ ຊັ່ງ​ຊາ​​ກໍ​ລະ​ນີ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ  Anatoly Antonov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ ທ່ານໄດ້ຕົກລົງເຫັນດີກັບບັນດາເຈົ້າໜ້າທີ່ ອາເມລິກາ ຕໍ່ການສ້າງຕັ້ງການພົບປະກ່ຽວກັບບັນຫາສອງຝ່າຍໃນອາທິດໜ້າ.

        ຕາມທ່ານ Peskov ແລ້ວ, ທັດສະນະຂອງວັງ Kremlin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພິຈາລະຈາທຸກບັນຫາທີ່ສົ່ງຜົນກະທົບເຖິງການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ, ຫຼາຍກວ່າເລື່ອງເຈລະຈາແຕ່ລະຫົວເລື່ອງສະເພາະ. ທ່ານຢັ້ງຢືນວ່າ: “ບໍ່ສາມາດຍົກອອກບາງບັນຫາໃນສະພາບການລວມຂອງການພົວພັນສອງຝ່າຍ”.

        ປັດຈຸບັນ, ອາເມລິກາ ພ້ອມກັບບັນດາປະເທດຝ່າຍຕາເວັນຕົກ ໄດ້ຈັດວາງຫຼາຍມາດຕະການລົງໂທດ ແນໃສ່ສ່ວນບຸກຄົນ ແລະ ອົງການຈັດຕັ້ງໃນຫຼາຍຂົງເຂດຂອງ ລັດເຊຍ ພາຍຫຼັງທີ່ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ນັບແຕ່ໃນເດືອນກຸມພາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ