ລັດເຊຍ ຊີ້ແຈ້ງທັດນະນະກ່ຽວກັບ ຕາລີບານ

(VOVWORLD) -ມົດສະກູ ຈະບໍ່ຮັບຮູ້ ຕາລີບານ ຢ່າງເປັນທາງການໃນຈຸດເວລາປະຈຸບັນ ແລະ ຢາກໃຫ້ກຸ່ມ ອິດສະລາມ ດັ່ງກ່າວປະຕິບັດບັນດາຄຳໝັ້ນສັນຍາເມື່ອຂື້ນກຳອຳນາດຢູ່ ອາບການິດສະຖານ.
ລັດເຊຍ ຊີ້ແຈ້ງທັດນະນະກ່ຽວກັບ ຕາລີບານ - ảnh 1ມົດສະກູ ຈະບໍ່ຮັບຮູ້ ຕາລີບານ ຢ່າງເປັນທາງການໃນຈຸດເວລາປະຈຸບັນ
(ພາບ: AFP/TTXVN)

ໃນບົດກ່າວປາໄສວັນທີ 19 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຖະແຫຼງວ່າ, ມົດສະກູ ຈະບໍ່ຮັບຮູ້ ຕາລີບານ ຢ່າງເປັນທາງການໃນຈຸດເວລາປະຈຸບັນ ແລະ ຢາກໃຫ້ກຸ່ມ ອິດສະລາມ ດັ່ງກ່າວປະຕິບັດບັນດາຄຳໝັ້ນສັນຍາເມື່ອຂື້ນກຳອຳນາດຢູ່ ອາບການິດສະຖານ. ທ່ານ Sergei Lavrov ກໍ່ຢ້ຳຄືນບັນດາຄຳໝັ້ນສັນຍາຂອງ ຕາລີບານ, ພິເສດແມ່ນການສ້າງຕັ້ງລັດຖະບານທີ່ມີລັກສະນະເປັນຕົວແທນສູງ.

        ໃນເຫດການທີ່ກ່ຽວຂ້ອງ, ອຳນາດການປົກຄອງຂອງ ຕາລີບານ ຢູ່ ອາບການິດສະຖານ ກໍ່ສະແດງຄວາມຫວັງ ໂດຍອີງໃສ່ “ຄວາມຄືບໜ້າ” ໃນການເຈລະຈາກັບອະດີດທູດພິເສດ ອາເມລິກາ ປະຈຳ ອາບການິດສະຖານ ທ່ານ Zalmai Khalilzad ແລະ ຄວາມປະເອີບໃຈກ່ຽວກັບຄວາມສາມາດເຮັດວຽກຢ່າງມີປະສິດທິຜົນກັບທູດພິເສດຄົນໃໝ່ທ່ານ Thomas West.

ຕອບກັບ

ຂ່າວ/ບົດ​ອື່ນ