ລັດເຊຍ ຍົກອອກທັດສະນະສຳລັບກອງປະຊຸມກ່ຽວກັບຢູແກຼນ ຢູ່ ສະວິດ

(VOVWORLD) - ຕອບສຳພາດຕໍ່ສຳນັກຂ່າວສານ TASS ໃນວັນທີ 27 ພຶດສະພາ, ທ່ານ Sergey Garmonin, ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສະວິດ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະຕິເສດແນວຄິດຢາກຈັດກອງປະຊຸມກ່ຽວກັບ ຢູແກຼນ ຢູ່ ສະວິດ
ລັດເຊຍ ຍົກອອກທັດສະນະສຳລັບກອງປະຊຸມກ່ຽວກັບຢູແກຼນ ຢູ່ ສະວິດ - ảnh 1ທ່ານ Sergey Garmonin, ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສະວິດ
(ພາບ:Reuters )

ລັດເຊຍ ຈະບໍ່ເຂົ້າຮ່ວມກອງປະຊຸມກ່ຽວກັບຢູແກຼນ ໂດຍສະວິດ ຈັດຕັ້ງໃນເດືອນ ມິຖຸນາ ຈະມາເຖິງ ໃນຂະນະທີ່ປະເທດນີ້ກໍ່ໄດ້ຮັບຄຳເຊີນ. ຕອບສຳພາດຕໍ່ສຳນັກຂ່າວສານ TASS ໃນວັນທີ 27 ພຶດສະພາ, ທ່ານ Sergey Garmonin, ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສະວິດ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະຕິເສດແນວຄິດຢາກຈັດກອງປະຊຸມກ່ຽວກັບ ຢູແກຼນ ຢູ່ ສະວິດ, ຖືວ່າ: ວຽກນີ້ແມ່ນເພື່ອແນໃສ່ຈັດວາງເງື່ອນໄຂຕໍ່ລັດເຊຍ. ລັດເຊຍ ໄດ້ມີຮ່າງຖະແຫຼງການຂອງກອງປະຊຸມໃນມືເຊິ່ງຄາດວ່າຈະດຳເນີນຢູ່ Burgenstock, ໃນນັ້ນ, ໄດ້ຢ້ຳຄືນ 9 ໃນຈຳນວນ 10 ຂໍ້ໃນ “ສູດສັນຕິພາບ” ຂອງທ່ານປະທານາທິບໍດີ ຢູແກຼນ Vladimir Zelensky. ທ່ານ Garmonin ຕີລາຄາແຜນການນີ້ໄດ້ຍົກອອກບັນດາຄຳຮຽກຮ້ອງທີ່ບໍ່ສາມາດເປັນໄປໄດ້ສຳລັບລັດເຊຍ ແລະ ບໍ່ຄິດໄລ່ເຖິງຜົນປະໂຫຍດດ້ານຄວາມໝັ້ນຄົງຂອງລັດເຊຍ. ດັ່ງນັ້ນ, ກອງປະຊູມຢູ່ ສະວິດ ບໍ່ສາມາດເປັນພື້ນຖານເພື່ອເຈລະຈາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ