ລັດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ ກັບ ຢູ​ແກຼນ ແລະ ການ​ສົ່ງ​ອອກ​ທັນ​ຍາ​ຫານ

(VOVWORLD) -ການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຈະດຳເນີນ ພາຍຫຼັງການເຈລະຈາລະຫວ່າງ ມົດສະກູ ແລະ ກີແອບ ໄດ້ເຊື່ອມຕໍ່ຄືນໃໝ່ເທົ່ານັ້ນ.
ລັດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ ກັບ ຢູ​ແກຼນ ແລະ ການ​ສົ່ງ​ອອກ​ທັນ​ຍາ​ຫານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ແລະ ຄູ່ຕຳແໜ່ງ ຕວັກກີ Mevlut Cavusoglu (ພາບ: AFP/TTXVN)

ວັນທີ 8 ມິຖຸນາ, ໃນການຖະແຫຼງຂ່າວ ທີ່ຈັດຂຶ້ນພາຍຫຼັງການເຈລະຈາກັບຄູ່ຕຳແໜ່ງ ຕວັກກີ Mevlut Cavusoglu  ຢູ່ Ankara, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໃຫ້ຮູ້ວ່າ ການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຈະດຳເນີນ ພາຍຫຼັງການເຈລະຈາລະຫວ່າງ ມົດສະກູ ແລະ ກີແອບ ໄດ້ເຊື່ອມຕໍ່ຄືນໃໝ່ເທົ່ານັ້ນ.

        ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ປ່ຽນແປງວິທີສຳຜັດ ໂດຍປະເທດນີ້ໄດ້ຍົກອອກ ຢູ່ການເຈລະຈາໃນວັນທີ 29 ມີນາ ຢູ່ Istanbul. ຕາມນັ້ນແລ້ວ, ແມ່ນເກືອບຮອດ 2 ເດືອນ ນັບແຕ່ເມື່ອ ລັດເຊຍ ສົ່ງຮ່າງສົນທິສັນຍາໃຫ້ແກ່ຝ່າຍ ຢູແກຼນ ແຕ່ມາຮອດປັດຈຸບັນນີ້, ລັດເຊຍ ຍັງບໍ່ທັນໄດ້ຮັບຄຳຕອບໃດຈາກປະເທດບ້ານໃກ້ເຮືອນຄຽງ.

        ກ່ຽວກັບບັນຫາສົ່ງອອກທັນຍາຫານ, ທ່ານໂຄສົກວັງ Kremlin Dmitry Peskov ເນັ້ນໜັກວ່າ ເພື່ອໃຫ້ທັນຍາຫານຂອງ ລັດເຊຍ ສາມາດສະໜອງໃຫ້ແກ່ຕະຫຼາດໂລກນັ້ນ ຕ້ອງຍົກເລີກທຸກມາດຕະການລົງໂທດ ບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມທີ່ເລັ່ງໃສ່ ມົດສະກູ. ຕາມທ່ານແລ້ວ, ບັນດາມາດຕະການຈຳກັດໃນການສະໜອງປະກັນໄພ ເຮັດໃຫ້ກ່ຳປັ່ນຂົນສົ່ງທັນຍາຫານຂອງ ລັດເຊຍ ບໍ່ສາມາດເຂົ້າທຽບທ່າຢູ່ ເອີຣົບໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ