ລັດ​ເຊຍ ​ຍົກ​ອອກ​ເງື່ອນ​ໄຂ​ສິ້ນ​ສຸດ​ບັ້ນ​ຮົບ​​ການທະ​ຫານ​ພິ​ເສດ​ຢູ່ ຢູ​ແກຼນ ຕາ​ເວັນ​ອອກ

(VOVWORLD) -ປະທານາທິບໍດີລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງຜັນຂະຫຍາຍບັ້ນຮົບການທະຫານພິເສດຢູ່ ຢູແກຼນ ຕາເວັນອອກ ເພື່ອແນໃສ່ຮັກສາຄວາມໝັ້ນຄົງຂອງປະເທດນີ້.
ລັດ​ເຊຍ ​ຍົກ​ອອກ​ເງື່ອນ​ໄຂ​ສິ້ນ​ສຸດ​ບັ້ນ​ຮົບ​​ການທະ​ຫານ​ພິ​ເສດ​ຢູ່ ຢູ​ແກຼນ ຕາ​ເວັນ​ອອກ - ảnh 1

 ປຊຊ ອອກຈາກ ຢູແກຼນ ເມື່ອວັນທີ  5/3/2022 (ພາບ: AFP/TTXVN)

   ວັນທີ 11 ມີນາ, ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຊີ້ແຈ້ງທັດສະນະຂອງລັດເຊຍ ເມື່ອຖືກຖາມກ່ຽວກັບວິທີຢຸດຕິບັ້ນຮົບການທະຫານພິເສດຢູ່ ຢູແກຼນ ຕາເວັນອອກ, ນັ້ນແມ່ນຝ່າຍຕາເວັນຕົກ ຕ້ອງແກ້ໄຂຄວາມວິຕົກກັງວົນ ໂດຍ ມົດສະກູ ໄດ້ຍົກອອກມາຢ່າງລຽນຕິດ.

ກ່ອນໜ້ານັ້ນ, ປະທານາທິບໍດີລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງຜັນຂະຫຍາຍບັ້ນຮົບການທະຫານພິເສດຢູ່ ຢູແກຼນ ຕາເວັນອອກ ເພື່ອແນໃສ່ຮັກສາຄວາມໝັ້ນຄົງຂອງປະເທດນີ້ ພາຍຫຼັງທີ່ບໍ່ໄດ້ຮັບ “ການຕອບຄືນທີ່ມີລັກສະນະສ້າງສັນ” ຂອງຝ່າຍຕາເວັນຕົກ ຕໍ່ບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງຂອງລັດເຊຍ, ໃນນັ້ນ ມີເລື່ອງອົງການ ນາໂຕ ຍັງດຳເນີນການເປີດກ້ວາງໄປທາງທິດຕາເວັນອອກຢ່າງບໍ່ຢຸດຢັ້ງ.

ໃນເຫດການທີ່ກ່ຽວຂ້ອງ, ບັນດາປະເທດຕາເວັນຕົກ ຍັງເພີ່ມທະວີກຳລັງດັນຕໍ່ ລັດເຊຍ. ວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີ ການາດາ  Justin Trudeau ໄດ້ປະກາດຈັດວາງຄຳສັ່ງລົງໂທດສຳລັບ 5 ສ່ວນບຸຄົນ ລັດເຊຍ, ໃນນັ້ນມີທ່ານ Roman Abramovich ເສດຖີເງິນຕື້ ພ້ອມທັງເກືອດຫ້າມ 32 ບໍລິສັດ ແລະ ອົງການຈັດຕັ້ງຂອງລັດເຊຍ ຊື້ເຄື່ອງອຸປະກອນປ້ອງກັນຊາດຈາກ ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ