ລັດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ຢູ​ແກຼນ ຄືນ​ໃໝ່

(VOVWORLD) -ບັນດາການເຈລະຈານັ້ນ ຈະໄດ້ດຳເນີນ ຖ້າຫາກວ່າ ຢູແກຼນ ຍົກເລີກຄຳຮຽກຮ້ອງຂອງເຂົາເຈົ້າ. 
ລັດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ຢູ​ແກຼນ ຄືນ​ໃໝ່ - ảnh 1ພົນທະຫານ ລັດເຊຍ ເຄື່ອນຍ້າຍໄປ ຢູແກຼນ ໃນວັນທີ 26 ກຸມພາ 2022 (ພາບ: EPA-EFE/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ Zvezda ໃນວັນທີ 11 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Vershinin ໄດ້ຊີ້ແຈ້ງວ່າ: “ຕາມທຳມະດາແລ້ວ, ທຸກການປະທະກັນລ້ວນແຕ່ສິ້ນສຸດຜ່ານການເຈລະຈາ. ພວກຂ້າພະເຈົ້າກໍພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາກັບ ຢູແກູນ ຄືນໃໝ່. ເຖິງຢ່າງໃດກໍຕາມ, ບັນດາການເຈລະຈານັ້ນ ຈະໄດ້ດຳເນີນ ຖ້າຫາກວ່າ ຢູແກຼນ ຍົກເລີກຄຳຮຽກຮ້ອງຂອງເຂົາເຈົ້າ. ບໍ່ພຽງແຕ່ເທົ່ານັ້ນ, ການເຈລະຈາ ກັບ ຢູແກຼນ ຈະດຳເນີນຕາມທິດແທດເໝາະກັບສະພາບການຕົວຈິງ”. ພ້ອມດຽວກັນນັ້ນ, ທ່ານ Vershinin ກໍກ່າວຫາບັນດາປະເທດຝ່າຍຕາເວັນຕົກ, ໃນນັ້ນ ມີ ຝລັງ ພ້ອມກັບບັນດາປະເທດສະມາຊິກ ອີຢູ ທີ່ໄດ້ແຊກແຊງ ແລະ ມີການກະທົບຕໍ່ການຕັດສິນເຈລະຈາຢູ່ ກີແອັບ.

ຕອບກັບ

ຂ່າວ/ບົດ​ອື່ນ