ລັດ​ເຊຍ ຍົກ​​ອອກເງື່ອນ​ໄຂ​ເພື່ອ​ເຂົ້າ​ຮ່ວມ​ຂໍ​້​ລິ​ເລີ່ມ​ທັນ​ຍາ​ພືດທະ​ເລ​ດຳ​ຄືນ​ໃໝ່

(VOVWORLD) - ລັດເຊຍ ພ້ອມແລ້ວທີ່ຈະເຂົ້າຮ່ວມຂໍ້ຕົກລົງທັນຍາພືດຄືນໃໝ່ໃນທັນທີ, ຖ້າຫາກວ່າ ທຸກເນື້ອໃນຂອງຂໍ້ຕົກລົງສະບັບນີ້ ໄດ້ຮັບການປະຕິບັດ ແລະ “ທາດແທ້ມະນຸດສະທຳ” ຂອງຂໍ້ຕົກລົງໄດ້ຮັບການຟື້ນຟູ.
ລັດ​ເຊຍ ຍົກ​​ອອກເງື່ອນ​ໄຂ​ເພື່ອ​ເຂົ້າ​ຮ່ວມ​ຂໍ​້​ລິ​ເລີ່ມ​ທັນ​ຍາ​ພືດທະ​ເລ​ດຳ​ຄືນ​ໃໝ່ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova (ພາບ: aa.com.tr)

 ໃນກອງປະຊຸມກັບບັນດາສະມາຊິກລັດຖະບານ ໃນວັນທີ 19 ກໍລະກົດ, ຢູ່ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຂົ້າຮ່ວມຂໍ້ຕົກລົງທັນຍາພືດຄືນໃໝ່ໃນທັນທີ, ຖ້າຫາກວ່າ ທຸກເນື້ອໃນຂອງຂໍ້ຕົກລົງສະບັບນີ້ ໄດ້ຮັບການປະຕິບັດ ແລະ “ທາດແທ້ມະນຸດສະທຳ” ຂອງຂໍ້ຕົກລົງໄດ້ຮັບການຟື້ນຟູ. ຕາມທ່ານປະທານາທິບໍດີ ລັດເຊຍ, ບັນດາປະເທດ ຝ່າຍຕາເວັນຕົກ ໄດ້ບິດເບືອນທາດແທ້ຂອງຂໍ້ຕົກລົງ ແລະ ບັນດາບໍລິສັດຢູ່ເອີຣົບ ໄດ້ຮັບຜົນປະໂຫຍດຈາກຂໍ້ຕົກລົງດັ່ງກ່າວ, ໃນຂະນະທີ່ຝ່າຍ ລັດເຊຍ ພັດຖືກຜົນເສຍຫາຍ. ເພື່ອໃຫ້ ລັດເຊຍ ໄດ້ກັບຄືນເຂົ້າຮ່ວມຂໍ້ຕົກລົງທັນຍາພືດນັ້ນ, ບັນດາເງື່ອນໄຂຕ້ອງປະຕິບັດ, ແມ່ນ: ຍົກເລີກຄໍາສັ່ງລົງໂທດສຳລັບການຂົນສົ່ງທັນຍາພືດ, ປຸຍ ແລະ ທຸກສິ່ງກີດຂວາງສຳລັບບັນດາທະນາຄານຂອງ ລັດເຊຍ; ເຊື່ອມຕໍ່ການສະໜອງໃຫ້ ລັດເຊຍ ເຄື່ອງອາໄຫຼ່ອຸປະກອນ, ສິ້ນສ່ວນເຄື່ອງຈັກກະເສດ ແລະ ການຜະລິດປຸຍຄືນໃໝ່; ແກ້ໄຂທຸກບັນຫາກ່ຽວກັບການເຊົ່າຈ້າງກ່ຳປັ່ນ ແລະ ປະກັນໄພການສົ່ງອອກສະບຽງອາຫານຂອງ ລັດເຊຍ; ຟື້ນຟູການເຄື່ອນໄຫວຂອງທໍ່ສົ່ງນ້ຳມັນ Amoniac Tolyatti-Odessa; ຍົກເລີກການອາຍັດຊັບສົມບັດຂອງ ລັດເຊຍ ທີ່ກ່ຽວຂ້ອງເຖິງຂະແໜງກະສິກຳ; ຟື້ນຟູທາດແທ້ມະນຸດສະທຳຂອງຂໍ້ຕົກລົງທັນຍາພືດ.

ນັກຂ່າວ VOV ຢູ່ ສະຫະພັນ ລັດເຊຍ ແລະ ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ