ລັດເຊຍ ຍິງເຮືອບິນອາວະກາດ “Soyuz TMA - 10” ສຳເລັດຜົນ

ລັດເຊຍ ຍິງເຮືອບິນອາວະກາດ “Soyuz TMA - 10” ສຳເລັດຜົນ - ảnh 1
“Soyuz TMA - 10”
(ພາບ: AFP)


(vovworld) - ອາ​ວະ​ກາດ “Soyuz TMA - 10” ຖືກ​ຍິງ​ຂຶ້ນ​ໂລກ​ຈັກກະວານ ​ໃນ​ຕອນ​ເຊົ້າ​ວັນ​ທີ 26 ກັນຍາ, ຢູ່​ສະໜາມ​ບິນ​ອາ​ວະ​ກາດ Baikonur (ກາ​ຊັກ​ສະຖານ). “Soyuz TMA - 10” ນຳຄະນະ​ນັກ​ບິນ​ອາ​ວະ​ກາດສາກົນ,​ ​ໃນ​ນັ້ນ ມີ​ນັກບິນ​ອາ​ວະ​ກາດ​ລັດ​ເຊຍ ​ແມ່ນ Oleg Kotov, Serei Ryazansky ​ແລະ ສະມາຊິກ​ຜູ້ໜຶ່ງ​ຂອງ​ອົງການ​ການບິນ​ອາ​ວະ​ກາດ ​ອາ​ເມ​ລິ​ກາ (NASA) Michael HopKins. ນັກ​ບິນອາ​ວະ​ກາດ​ 3 ຄົ​ນຈະ​ປະຕິບັດ​ການ​ຄົ້ນຄວ້າ​ວິທະຍາສາດ​ໜູນໃຊ້ ​ແລະ ດຳ​ເນີນ​ການ​ທົດລອງ, ຖ່າຍຮູບ, ຖ່າຍ​ທຳວີ​ດີ​ໂອ ຈາກ​ອາ​ວະ​ກາດ, ນ​ຳທ​ວນ​ໄຟ Olympic ຂຶ້ນ​ອາ​ວະ​ກາດ. ຄາດ​ວ່ານັກ​ບິນ​ອາ​ວະ​ກາດ 3 ຄົນ​ນີ້​ຈະ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ ​ແລະ ກັບ​ຄືນໜ່ວຍ​ໂລກ​ໃນ​ເດືອນ ມີນາ 2014​.

ຂ່າວ/ບົດ​ອື່ນ