ລັດ​ເຊຍ ຕົກ​ລົງຫຼຸດ​ຜ່ອນ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ ຢູ່ ຢູ​ແກຼນ ລົງຫຼາຍ​ແລ້ວ

(VOVWORLD) -  ໃນຖະແຫຼງການພາຍຫຼັງການເຈລະຈາໂດຍກົງລະຫວ່າງ ລັດເຊຍ - ຢູແກຼນ ຢູ່ Istanbul, ປະເທດ ຕວັກກີ, ວັນທີ 29 ມີນາ, ທ່ານ Vladimir Medinsky ຫົວໜ້າຄະນະນັກເຈລະຈາ ລັດເຊຍ, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ການເຈລະຈາຄັ້ງນີ້ໄດ້ສິ້ນສຸດລົງແລ້ວ ແລະ ບັນລຸໝາກຜົນທີ່ມີລັກສະນະສ້າງສັນ. ຕາມທ່ານ Vladimir Medinsky ແລ້ວ, ລັດເຊຍ ພວມປະຕິບັດສອງບາດກ້າວ ເພື່ອຫຼຸດຜ່ອນການປີນຂັ້ນໄດຂອງການປະທະກັນ, ລວມທັງດ້ານການເມືອງ ແລະ ການທະຫານ.
ລັດ​ເຊຍ ຕົກ​ລົງຫຼຸດ​ຜ່ອນ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ ຢູ່ ຢູ​ແກຼນ ລົງຫຼາຍ​ແລ້ວ - ảnh 1ການເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ ຢູ່ເບລາຣຸດ ໃນວັນທີ 3 ມີນາ (ພາບ: Reuters)

ທ່ານ Medinsky ໃຫ້ຮູ້ວ່າ ຄະນະນັກເຈລະຈາ ລັດເຊຍ ຮັບຮູ້ຂໍ້ສະເໜີຕ່າງໆຂອງ ຢູແກຼນ ເພື່ອເພີ່ມຕື່ມໃສ່ສົນທິສັນຍາ. ຝ່າຍ ລັດເຊຍ ຈະພິຈາລະນາບັນດາເນື້ອໃນນີ້ໃນໄລຍະຈະມາເຖິງ ແລະ ຈະຍື່ນສະເໜີຕໍ່ປະທານາທິບໍດີ ລັດເຊຍ. ຫຼັງຈາກນັ້ນ, ລັດເຊຍ ຈະໃຫ້ຄຳຕອບ. ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ຕົກລົງຫຼຸດຜ່ອນການເຄື່ອນໄຫວດ້ານການທະຫານຢູ່ Kiev ແລະ Chernigov ຢ່າງແຮງ.

        ກ່ຽວກັບຝ່າຍ ຢູແກຼນ, ທ່ານ David Arakhamia ຫົວໜ້າຄະນະນັກເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ບັນດານັກເຈລະຈາຝ່າຍ ຢູແກຼນ ໄດ້ຍົກອອກຂໍ້ສະເໜີ ຢ່າງຈະແຈ້ງກ່ຽວກັບການນຳໃຊ້ລະບຽບການເປັນກາງເພື່ອແລກເອົາການຮັບປະກັນຄວາມສະຫງົບ. ສິ່ງດັ່ງກ່າວກໍໝາຍຄວາມວ່າ Kiev ຈະບໍ່ເຂົ້າຮ່ວມນາໂຕ ຫຼື ບໍ່ອະນຸຍາດໃຫ້ຕັ້ງຖານທີ່ໝັ້ນການທະຫານຢູ່ປະເທດນີ້. ບັນດາຂໍ້ສະເໜີເຫຼົ່ານັ້ນ ກໍຈະກວມເອົາທັງເວລາປຶກສາຫາລືລະຫວ່າງສອງຝ່າຍໃນຮອບເວລາ 15 ປີ ກ່ຽວກັບສະພາບການຂອງແຫຼມ Crimea. ຂໍ້ສະເໜີເຫຼົ່ານັ້ນ ຈະມີຜົນສັກສິດ ພາຍຫຼັງທີ່ ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຄຳສັ່ງຢຸດຍິງຢ່າງສົມບູນ.

        ນອກຈາກນັ້ນ, ທ່ານ Oleksander Chaly ສະມາຊິກຂອງຄະນະເຈລະຈາຂອງ ຢູແກຼນ ກໍໃຫ້ຮູ້ວ່າ ຢູແກຼນ ຈະບໍ່ອະນຸຍາດໃຫ້ກຳລັງຕ່າງປະເທດມາປະຈຳການຢູ່ດິນແດນຂອງຕົນ ກໍຄື ຜັນຂະຫຍາຍບັ້ນການທະຫານຢູ່ທີ່ນີ້.

ແອັງຕູ໊ - ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ