ລັດເຊຍ ຕັດສິນໃຈຢຸດຕິສົນທິສັນຍາ New START

(VOVWORLD) - ມົດສະກູ ຈະບໍ່ປ່ຽນຫຼັກໝັ້ນຢຸດຕິການເຂົ້າຮ່ວມສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ ຕັດສິນໃຈຢຸດການແລກປ່ຽນຂໍ້ມູນຂ່າວກັບ ມົດສະກູ ຕາມຂໍ້ຕົກລົງສະບັບນີ້.
ລັດເຊຍ ຕັດສິນໃຈຢຸດຕິສົນທິສັນຍາ New START - ảnh 1ທ່ານ Sergei Ryabkov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ
(ພາບ:AFP/TTXVN)

ວັນທີ 29 ມີນາ, ສຳນັກຂ່າວສານ RIA Novosti ໄດ້ຄັດສະເໜີຄຳເວົ້າຂອງທ່ານ Sergei Ryabkov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ທີ່ວ່າ: ມົດສະກູ ຈະບໍ່ປ່ຽນຫຼັກໝັ້ນຢຸດຕິການເຂົ້າຮ່ວມສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ ຕັດສິນໃຈຢຸດການແລກປ່ຽນຂໍ້ມູນຂ່າວກັບ ມົດສະກູ ຕາມຂໍ້ຕົກລົງສະບັບນີ້. ທ່ານຮອງລັດຖະມົນຕີ ລັດເຊຍ Ryabkov ໄດ້ຊີ້ແຈ້ງເລື່ອງ ລັດເຊຍ  ຍົກອອກບັນດາຄຳໝັ້ນສັນຍາເຄົາລົບຕາມຂໍ້ກຳນົດປະລິມານ ຕາມຂໍ້ຕົກລົງໂດຍສະໝັກໃຈ ແລະ ຫຼັ້ກໝັ້ນຂອງ ມົດສະກູ ບໍ່ຂຶ້ນກັບເລື່ອງ ອາເມລິກາ ໄດ້ແລກປ່ຽນຂໍ້ມູນຫຼືບໍ່? ທ່ານ Ryabkov ກໍ່ເນັ້ນໜັກວ່າ: ວໍຊິງຕັນ ຍັງແມ່ນຝ່າຍໜຶ່ງທີ່ເຂົ້າຮ່ວມສົນທິສັນຍາສະບັບນີ້ ແລະ ມີພັນທະເຄົາລົບເລື່ອງສົ່ງຂໍ້ມູນ.

        ວັນທີ 28 ມີນາ ຜ່ານມາ, ທຳນຽບຂາວ ໃຫ້ຮູ້ວ່າ: ອາເມລິກາ ໄດ້ແຈ້ງກັບ ລັດເຊຍ ວ່າ: ປະເທດນີ້ຈະຢຸດການແລກປ່ຽນຂໍ້ມູນຈຳນວນໜຶ່ງ ກ່ຽວກັບກຳລັງນິວເຄຼຍຍຸດທະສາດຂອງປະເທດຕົນ ພາຍຫຼັງທີ່ ມົດສະກູ ປະຕິເສດຈະເຮັດແນວນັ້ນ, ເອີ້ນນີ້ແມ່ນການໂຕ້ຕອບຕໍ່ເລື່ອງ ລັດເຊຍ ໂຈະການເຂົ້າຮ່ວມ New START.

ຕອບກັບ

ຂ່າວ/ບົດ​ອື່ນ