ລັດ​ເຊຍ ຕິດ​ແທດ​ການ​ເຄື່ອນ​ໄຫວ​ຂອງ ອາ​ເມ​ລິ​ກາ ແລະ NATO ຢູ່​ທະ​ເລ​ດຳ

(VOVWORLD) -ບັນດາລະບົບ ຣາດາ ຂອງ ກຳລັງອາກາດ - ອາວະກາດ ລັດເຊຍ ແລະ ກອງເຮືອຮົບທະເລດຳ ກໍ່ພົບເຫັນ ແລະ ຕິດຕາມ 4 ຖ້ຽວບິນສອດແນມຂອງບັນດາປະເທດສະມາຊິກ NATO ຢູ່ເຂດນ່ານຟ້າຂອງທະເລດຳ ໃນຮອບເວລາ 24 ຊົ່ວໂມງຜ່ານມາ.
ລັດ​ເຊຍ ຕິດ​ແທດ​ການ​ເຄື່ອນ​ໄຫວ​ຂອງ ອາ​ເມ​ລິ​ກາ ແລະ NATO ຢູ່​ທະ​ເລ​ດຳ - ảnh 1ກຳປັ່ນ ບັນຊາການ USS Mount Whitney ຂອງ ອາເມລິກາ ເຂົ້າຮ່ວມການຊ້ອມຮົບຮ່ວມ (ພາບ: AFP/TTXVN)

ວັນທີ 13 ພະຈິກ ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ບັນດາກຳປັ່ນສູ້ຮົບຂອງ ອາເມລິກາ ແລະ ເຮືອບິນສອດແນມຂອງ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ຫັນມາເຄື່ອນໄຫວຢູ່ທາງທິດຕະເວັນອອກສ່ຽງໃຕ້ ທະເລດຳ. ຖະແຫຼງການຂອງ ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ເຮືອບິນສອດແນມ U-2S ຂອງກອງທັບອາກາດ ອາເມລິກາ ໄດ້ປະຕິບັດຖ້ຽວບິນໄປສອດແນມຢູ່ນ່ານຟ້າຂອງ ຢູແກຼນ ຢູ່ແຄມຊາບແດນຕິດກັບ ລັດເຊຍ. ບັນດາລະບົບ ຣາດາ ຂອງ ກຳລັງອາກາດ - ອາວະກາດ ລັດເຊຍ ແລະ ກອງເຮືອຮົບທະເລດຳ ກໍ່ພົບເຫັນ ແລະ ຕິດຕາມ 4 ຖ້ຽວບິນສອດແນມຂອງບັນດາປະເທດສະມາຊິກ NATO ຢູ່ເຂດນ່ານຟ້າຂອງທະເລດຳ ໃນຮອບເວລາ 24 ຊົ່ວໂມງຜ່ານມາ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຢູແກຼນ ໄດ້ປະກາດວ່າ ກອງທັບເຮືອປະເທດນີ້ ໄດ້ຈັດການຊ້ອມຮົບຮ່ວມ PASSEX ຢູ່ທະເລດຳ ກັບບັນດາກຳລັງກອງທັບເຮືອຂອງ 3 ປະເທດສະມາຊິກ NATO ລວມມີ ອາເມລິກາ, ຕວັກກີ ແລະ ຣູມານີ.

ຕອບກັບ

ຂ່າວ/ບົດ​ອື່ນ