ລັດ​ເຊຍ ຕີ​ລາ​ຄາ​ສູງບົດ​ບາດ​ຂອງ​ຫວຽດ​ນາມ ຢູ່​ອົງ​ການ​ພາກ​ພື້ນ ແລະ ສາ​ກົນ

(VOVWORLD) -ຫວຽດນາມ ແມ່ນປະເທດທີ່ທັນສະໄໝ, ມີພື້ນຖານເສດຖະກິດພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ເປັນສະມາຊິກທີ່ມີຄວາມຕັ້ງໜ້າຂອງຫຼາຍອົງການພາກພື້ນ ແລະ ສາກົນ.
ລັດ​ເຊຍ ຕີ​ລາ​ຄາ​ສູງບົດ​ບາດ​ຂອງ​ຫວຽດ​ນາມ ຢູ່​ອົງ​ການ​ພາກ​ພື້ນ ແລະ ສາ​ກົນ - ảnh 1 ທ່ານນາງ Maria Zakhalova ໂຄສົກກະຊວງການຕ່າງປະເທດລັດເຊຍ (ພາບ: TTXVN)

        ຕອນບ່າຍວັນທີ 27 ສິງຫາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ, ໂຄສົກກະຊວງການຕ່າງປະເທດລັດເຊຍ, ທ່ານນາງ Maria Zakhalova  ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດທີ່ທັນສະໄໝ, ມີພື້ນຖານເສດຖະກິດພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ເປັນສະມາຊິກທີ່ມີຄວາມຕັ້ງໜ້າຂອງຫຼາຍອົງການພາກພື້ນ ແລະ ສາກົນ ແລະ ປັດຈຸບັນ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ເປັນປະທານໝູນວຽນ ອາຊຽນ 2020, ທ່ານນາງ Maria Zakhalova  ໄດ້ຊີ້ແຈ້ງວ່າ ໄຊຊະນະແຫ່ງການປະຕິວັດເດືອນ ສິງຫາ ປີ 1945 ຂອງປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງປະທານໂຮ່ຈີມິນ ໄດ້ຢຸດຕິແອກຄອບຄອງຂອງພວກຕ່າງດ້າວ ແລະ ໄດ້ລະບຸຊື່ປະເທດໃໝ່ໃສ່ໃນແຜນທີ່ ອິນດູຈີນນັ້ນແມ່ນ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດຫວຽດນາມ ທ່ານນາງ Maria Zakhalova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ສົ່ງຄຳອວຍພອນ ສັນຕິພາບ ແລະ ວັດທະນາຖາວອນ ມາຍັງປະຊາຊົນຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ