ລັດເຊຍ, ຕວກກີ ເຫັນດີເປັນເອກະພາບສົມທົບກັນໃນບັນດາບັັ້ນຮົບຢູ່ ຊີຣີ

(VOVWORLD) - ວັນທີ 29 ທັນວາ, ລັດເຊຍ ແລະ ຕວກກີ ໄດ້ເຫັນດີເປັນເອກະພາບສົມທົບກັນໃນບັນດາບັ້ນຮົບຢູ່ ຊີຣີ ພາຍຫລັງ ອາເມລິກາ ຖະແຫຼງຖອນພົນທະຫານອອກຈາກປະເທດຕາເວັນອອກກາງນີ້.
ລັດເຊຍ, ຕວກກີ ເຫັນດີເປັນເອກະພາບສົມທົບກັນໃນບັນດາບັັ້ນຮົບຢູ່ ຊີຣີ - ảnh 1ພາບປະກອບ/ AFP/TTXVN 

ແຈ້ງການດັ່ງກ່າວ ໄດ້ຍົກອອກມາພາຍຫລັງກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ - ປ້ອງກັນປະເທດ ລັດເຊຍ ແລະ ຕວກກີ ຢູ່ ມົດສະກູ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ພາກເໜືອ ຊີຣີ ໃນສະພາບ ອາເມລິກາ ກະກຽມຖອນກຳລັງອອກຈາກ ຊີຣີ ກໍ່ຄືເລື່ອງ ຕວກກີ ກ່າວເຕືອນວ່າ ຈະດຳເນີນບັ້ນຮົບການທະຫານເພື່ອກວາດລ້າງກຳລັງຊາວ Kurd ໂດຍ ອາເມລິກາ ໜູນຫລັງ.

        ກ່າວຄຳເຫັນພາຍຫລັງການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຢືນຢັນວ່າ: 2 ຝ່າຍໄດ້ເອົາໃຈໃສ່ເປັນພິເສດເຖິງສະພາບການໃໝ່ທີ່ກ່ຽວຂ້ອງເຖິງເລື່ອງ ອາເມລິກາ ຖອນກຳລັງອອກຈາກ ຊີຣີ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Mevlut Cavusoglu ຮັບຮູ້ວ່າ: ອານກາຣາ ແລະ ມົດສະກູ ໄດ້ເຫັນດີເປັນເອກະພາບຕໍ່ເປົ້າໝາຍກວາດລ້າງບັນດາອົງການກໍ່ການຮ້າຍທັງໝົດ, ກໍ່ຄືຈະສົມທົບກັນໃນບັນດາບັ້ນຮົບຢູ່ ຊີຣີ. ພ້ອມກັນນັ້ນ, 2 ຝ່າຍກໍ່ໄດ້ປຶກສາຫາລືບັນດາແຜນການຊ່ວຍເຫຼືອຊາວລີ້ໄພກັບຄືນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ