ລັດເຊຍ, ຕວັກກີ ແລະ ອີຣານ ພ້ອມກັນແກ້ໄຂວິກິດການ ຊີຣີ

(VOVWORLD) -  ປະທານາທິບໍດີ ລັດເຊຍ, ຕວັກກີ ແລະ ອີຣານ ໄດ້ພ້ອມກັນເຫັນດີເປັນເອກະພາບເລີ່ມດຳເນີນບັນດາຄວາມມານະພະຍາຍາມລວມ ແນໃສ່ແກ້ໄຂວິກິດການຢູ່ ຊີຣີ.
ລັດເຊຍ, ຕວັກກີ ແລະ ອີຣານ ພ້ອມກັນແກ້ໄຂວິກິດການ ຊີຣີ - ảnh 1ກອງປະຊຸມສຸດຍອດທາງອອນລາຍ (ພາບ:  AFP/TTXVN)

        ຖະແຫຼງການໄດ້ຍົກອອກມາທີ່ກອງປະຊຸມສຸດຍອດທາງອອນລາຍລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ແລະ ທ່ານປະທານາທິບໍດີ ອີຣານ Hassan Rouhani ໃນວັນທີ 01 ກໍລະກົດ. ປະທານາທິບໍດີທັງ 3 ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມສົມທົບກັນໂດຍອີງໃສ່ບັນດາຂໍ້ຕົກລົງທີ່ໄດ້ລົງນາມຢູ່ບັນດາກອງປະຊຸມເຈລະຈາ Astana.

        ຖະແຫຼງການຮ່ວມຂອງ 3 ປະເທດໄດ້ໃຫ້ຄຳໝັ້ນສັນຍາເຄົາລົບເອກະພາບ, ເອກະລາດ ແລະ ອະທິປະໄຕຂອງຜືນແຜ່ນດິນ ຊີຣີ ພ້ອມທັງປະຕິເສດບໍ່ວ່າການຈັດວາງໃດໆຢູ່ ຊີຣີ ພາຍໃຕ້ຂໍ້ອ້າງອີງຕ້ານການກໍ່ການຮ້າຍ. ຖະແຫຼງການກໍ່ກ່າວປະນາມການຮັບຮອງຂອງ ອາເມລິກາ ສຳລັບອະທິປະໄຕຂອງ ອິດສະລາແອັນ ຢູ່ເຂດພູພຽງ Golan ແລະ ກ່າວເຕືອນວ່າ ການຕັດສິນໃຈຂອງ ອາເມລິກາ ໄດ້ກໍ່ໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.      

 

ຕອບກັບ

ຂ່າວ/ບົດ​ອື່ນ