ລັດເຊຍ ຕຳນິຕິຕຽນ ຝ່າຍຕາເວັນຕົກ ນຳໃຊ້ “ 2 ມາດຕະຖານ” ໃນບັນຫາ ຊີຣີ

ລັດເຊຍ ຕຳນິຕິຕຽນ ຝ່າຍຕາເວັນຕົກ ນຳໃຊ້ “ 2 ມາດຕະຖານ” ໃນບັນຫາ ຊີຣີ - ảnh 1
ການປະທະກັນຢູ່ ລະຫວ່ງທະຫານລັດຖະບານ ແລະ ກຳລັງລຸກຮືຂຶ້ນຢູ່ນະຄອນ Homs
(ພາບ: AFP/TTXVN)

(vovworld) – ບັນດາ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ ​ແມ່ນ​ກຳມະການ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຍັງ​ຄົງ​ນຳ​ໃຊ້ “2 ມາ​ດຕະຖານ” ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ ຊີຣີ. ​ເມື່ອ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຮ່າງ​ຖະ​ແຫຼ​ງການ​ທີ່ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ພວມ​ພິຈາລະ​ນາ ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່​ນະຄອນ Homs ຂອງ ຊີ​ຣີ, ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຊີ້​ແຈ້ງວ່າ: ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ກອງ​ປະຊຸມ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​​ໄດ້​ສະ​ແດງ​ທັດສະນະ​​ແນວ​ຄິດ​ຕາຍ​ຕົວ ​ແລະ ຂາດ​ພາວະ​ວິ​ໄສ​ຄື​ແນວ​ນັ້ນ ​ເມື່ອ​ຕີ​ລາຄາ​ສະພາບ​ການ​ຢູ່ ຊີຣີ. ​ບັນດາ​ປະ​ເທດ​ນີ້ບໍ່​ຢາກ​ກ່າວ​ປະນາມ​ບັນດາ​ເຫດການ​ກໍ່​ການ​ຮ້າຍ​ຢູ່ ຊີຣີ, ​ຫາກຊອກ​​ວິທີ​​ແກ້ຄວາມ​ໃຫ້ການ​ກຳ​ທຳຂອງ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້. ຖະ​ແຫຼ​ງການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊບ ຢືນຢັນ: ມົດ​ສະ​ກູ ຮຽກ​ຮ້ອ​ງ​ໃຫ້​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ​ຕັ້ງໜ້າ​ຊອກ​ຫາ​ມາດ​ຕະການດ້ານ​ການ​ເມືອງ - ການ​ທູດ ​​ເພື່ອ​ແກ້​ໄຂ​ການປະ​ທະກັນ​ຢູ່ ຊີຣີ, ​ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່​ມຂອງ​ລັດ​ເຊຍ ​ແລະ ອາ​ເມລິ​ກາ​ ທີ່ຍົກ​ອອກ​ມາ​​​ເມື່ອ​ວັນ​ທີ 7/5 ຜ່ານ​ມາ ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ແນ​ໃສ່​ຊຸກຍູ້​ການ​ເຈລະຈາ​ລະຫວ່າງ​ພັກ​ຝ່າຍ​ຕ່າງໆ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ