ລັດເຊຍ ຖືການພົວພັນ ດ້ານເສດຖະກິດກັບອາຊີ - ປາຊີຟິກແມ່ນບຸລິມະສິດ ອັນດັບໜຶ່ງ

ລັດເຊຍ ຖືການພົວພັນ ດ້ານເສດຖະກິດກັບອາຊີ - ປາຊີຟິກແມ່ນບຸລິມະສິດ ອັນດັບໜຶ່ງ - ảnh 1
(ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev)

(vovworld) –  ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປ​ະກັບ​ບັນດາ​ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ລັດ​ເຊຍ, ວັນ​ທີ 23/07, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ໃຫ້​ຮູ້​ວ່າ ມົດສກູ ຈະ​ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນ​ໃນ​ບັນດາ​ການ​ພົວພັນ​ດ້ານ​ເສດຖະກິ​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ໃນ​ສະພາບ​ທີ່​ການ​ພົວພັນ​ຂອງ​ປະ​ເທດ​ນີ້​ກັບ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ຊົ່ວ​ຮ້າຍ​ລົງ. ທ່ານ​ນາຍົກລັດ​ຖະມົນຕີ Medvedev ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ກັບ​ອາຊີ - ປາຊີ​ຟິກ ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ສຳລັບ​ມົດສກູ ​ແລະ ຕ້ອງ​ບັນລຸ​ໄດ້​ບາດກ້າວ​ກະ​ໂດດ​ຂັ້ນ​ໃນ​ຈຸດ​ເວລາປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ Medvedev ກໍ່​ຖື​ວ່າ ​ເພື່ອ​ດຶງ​ດູດ​​ວົງ​ການ​ນັກ​ລົງ​ທຶນ​ອາຊີ, ລັດ​ເຊຍ ຕ້ອງ​ກຳ​ແໜ້ນ​ບັນດາກາລະ​ໂອກາດ​ກໍ່​ຄື​​ທ່​າແຮງ​ຂອງ​ຕົນ​ກວ່າອີກ.

        ນອກຈາກ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ກັບ​ບັນດາ​ຄູ່​ຮ່ວມ​ມື​​ເອີ​ລົບ ພວມ​ມີ​ຄວາມສັບ​ສົນຫຼາຍ​ຢ່າງ ຍ້ອນ​ວິ​ກິດ​ການ​ຢູ່ຢູ​ແກຼນ, ທ່ານ​ນາຍົກລັດຖະມົນຕີ Medvedev ຍັງ​ກ່າວ​ເຕື່ອນວ່າ ມົດສກູ ອາດ​ຈະ​ປະຕິບັດ​ບັນດາ​ມາດ​ຕະການ​ປົກ​ປ້ອງ ​ເພື່ອ​​ໂຕ້​ຕອບ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​ຂອງສະຫະພາບ​ເອີ​ລົບ ກັບ​ຢູ​ແກຼນ ​ແລະ ​ໂມ​ໂດ​ວາ. ນອກຈາກ​ນັ້ນ​ທ່ານ​ກໍ່​ໃຫ້​ຮູ້​ວ່າ ລັດ​ເຊຍ ພ້ອມກັບ​ເບ​ລາຣຸດ ​ແລະ ກາຣັກສຖານ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ຕັ້ງ​​ເຂດ​ການ​ຄ້າ​ເສລີ​ເຕີ່​ມ​ອີກ​ກັບບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ອາ​ຟລິ​ກາ.

ຂ່າວ/ບົດ​ອື່ນ