ລັດເຊຍ ຖືການມີໜ້າຂອງ ນາໂຕ ຢູ່ທະເລດຳແມ່ນໄພນາບຂູ່

(VOVWORLD) - “ການເຕົ້າໂຮມກັນມີໜ້າຂອງບັນດາກຳປັ່ນ ນາໂຕ, ນັບທັງ ບຸນກາຣີ ແລະ ໂຮມານີ, ບັນດາປະເທດເຂດແຄມທະເລແມ່ນສະມາຊິກຂອງສຳພັນທະມິດ… ໄດ້ສ້າງໄພຂາບຂູ່ເພີ່ມເຕີມສຳລັບ ສະຫະພັນ ລັດເຊຍ
ລັດເຊຍ ຖືການມີໜ້າຂອງ ນາໂຕ ຢູ່ທະເລດຳແມ່ນໄພນາບຂູ່ - ảnh 1 ໂຄສົກວັງ Kremlin, ທ່ານ Dmitry Peskov
(ພາບ: AFP/TTXVN)

        ວັນທີ 18 ກໍລະກົດ, ໂຄສົກວັງ Kremlin, ທ່ານ Dmitry Peskov ຖະແຫຼງວ່າ, ລັດເຊຍ ຖືການມີໜ້າທີ່ນັບມື້ນັບຫຼາຍຂຶ້ນຂອງກຳລັງຂຶ້ນກັບ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ຢູ່ທະເລດຳ ແມ່ນໄພນາບຂູ່ ແລະ ຈະປະຕິບັດທຸກວີທີການທີ່ຈຳເປັນເພື່ອຮັບປະກັນຄວາມໝັ້ນຄົງ.

        ທ່ານ Dmitry Peskov ຊີ້ແຈ້ງວ່່າ: “ການເຕົ້າໂຮມກັນມີໜ້າຂອງບັນດາກຳປັ່ນ ນາໂຕ, ນັບທັງ ບຸນກາຣີ ແລະ ໂຮມານີ, ບັນດາປະເທດເຂດແຄມທະເລແມ່ນສະມາຊິກຂອງສຳພັນທະມິດ… ໄດ້ສ້າງໄພຂາບຂູ່ເພີ່ມເຕີມສຳລັບ ສະຫະພັນ ລັດເຊຍ, ພິເສດເມື່ອຄິດໄລ່ເຖິງການເຂົ້າຮ່ວມໂດຍກົງຂອງບັນດາປະເທດ ນາໂຕ ເຂົ້າໃນການປະທະກັນຢູ່ອ້ອມແອ້ມ ຢູແກຼນ”. ທ່ານຢືນຢັນວ່າ, ລັດເຊຍ ຈະປະຕິບັດທຸກມາດຕະການທີ່ຈຳເປັນເພື່ອຮັບປະກັນຄວາມໝັ້ນຄົງຂອງຕົນ.

        ຖະແຫຼງການຂອງທ່ານ Dmitry Peskov ໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ປະກາດລັດຖະດຳລັດຫຼ້າສຸດຂອງປະເທດນີ້ກ່ຽວກັບຍຸດທະສາດຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ