ລັດເຊຍ ຖອນຕົວອອກຈາກສັນຍາທ້ອງຟ້າເປີດ

(VOVWORLD) -ລັດເຊຍ ໄດ້ແຈ້ງໃຫ້ທຸກປະເທດສະມາຊິກຊາບກ່ຽວກັບຂໍ້ຕົກລົງຖອນຕົວອອກຈາກສັນຍາທ້ອງຟ້າເປີດ ພາຍຫຼັງ 6 ເດືອນ ທີ່ປະກາດແຈ້ງການ.
ລັດເຊຍ ຖອນຕົວອອກຈາກສັນຍາທ້ອງຟ້າເປີດ - ảnh 1(ພາບປະກອບອີນເຕີແນັດ)

ແຈ້ງການອອກວັນທີ 18 ມິຖຸນາ ຂອງກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ: ລັດເຊຍ ໄດ້ແຈ້ງໃຫ້ທຸກປະເທດສະມາຊິກຊາບກ່ຽວກັບຂໍ້ຕົກລົງຖອນຕົວອອກຈາກສັນຍາທ້ອງຟ້າເປີດ ພາຍຫຼັງ 6 ເດືອນ ທີ່ປະກາດແຈ້ງການ. ສະນັ້ນ, ລັດເຊຍ ຈະຖອນອອກຈາກສັນຍາດັ່ງກ່າວນັບແຕ່ວັນທີ 18 ທັນວາ ຢ່າງສິ້ນເຊິ່ງ. ກ່ອນໜ້ານັ້ນ, ວັນທີ 7 ມິຖຸນາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຖອນຕົວອອກຈາກສັນຍາທ້ອງຟ້າເປີດ ເຊິ່ງໄດ້ລົງນາມຢູ່ນະຄອນ Helsinki, ປະເທດ ແຟງລັງ ເມື່ອວັນທີ 24 ມີນາ 1992. ສະພາຕ່ຳ ແລະ ສະພາສູງລັດເຊຍ ໄດ້ຮັບຮອງເອົາກົດໝາຍສະບັບນີ້ໃນວັນທີ 19 ພຶດສະພາ ແລະ ວັນທີ 02 ມິຖຸນາ ຜ່ານມາຕາມລຳດັບ.

        ກ່ຽວກັບຝ່າຍອາເມລິກາ, ເດືອນ ພຶດສະພາ 2020, ວໍຊິງຕັນ ໄດ້ເລີ່ມວິວັດທະນາການຖອນຕົວອອກຈາກສັນຍາດັ່ງກ່າວ ແລະ ສຳເລັດໃນວັນທີ 22 ພະຈິກ 2020.

ຕອບກັບ

ຂ່າວ/ບົດ​ອື່ນ