ລັດ​ເຊຍ ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ ເອີ​ຣົບ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ

(VOVWORLD) -ວັນທີ 11 ມິຖຸນາ, ປະຕູຖານຂໍ້ມູນຂ່າວສານນິຕິກຳທາງການຂອງ ສະຫະພັນ ລັດເຊຍ ໄດ້ປະກາດບັນດາເອກະສານທີ່ກ່ຽວຂ້ອງເຖິງເລື່ອງ ທ່ານປະທານາທິບໍດີ Vladimir Putin ໄດ້ເຊັນຮັບຮອງເອົາ ກົດໝາຍວ່າດ້ວຍເລື່ອງບໍ່ປະຕິບັດຂໍ້ຕົກລົງຕ່າງໆຂອງສົນທິສັນຍາ ເອີຣົບ ກ່ຽວກັບສິດທິມະນຸດ (ECHR) ຢູ່ ລັດເຊຍ.
ລັດ​ເຊຍ ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ ເອີ​ຣົບ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ - ảnh 1ທ່ານປະທານາທິບໍດີ Vladimir Putin  (ພາບ: TTXVN)

ລະອຽດແມ່ນ, ບັນດາຂໍ້ຕົກລົງຂອງ ECHR ໄດ້ຮັບການຮັບຮອງເອົາຫຼັງວັນທີ 15 ມີນາ 2022, ເຊິ່ງເປັນຈຸດເວລາທີ່ ລັດເຊຍ ຍື່ນໃບຄຳຮ້ອງຂໍຖອນຕົວອອກຈາກສະພາເອີຣົບ ຈະບໍ່ປະຕິບັດ, ໃນຂະນະນັ້ນ ເລື່ອງຊໍາລະເງິນທົດແທນຕາມຂໍໍ້ການົດຂອງ ECHR ຈະຊຳລະດ້ວຍສະກຸນເງິນ ຣຸບ ເທົ່ານັ້ນ ແລະ ສຳລັບບ້ວງເງິນໃນບັນຊີຂອງທະນາຄານຕ່າງໆຂອງ ລັດເຊຍ ເທົ່ານັ້ນ. ນອກຈາກນັ້ນ, ບັນດາຄຳຕັດສິນຂອງ ECHR ຈະບໍ່ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອພິຈາລະນາບັນດາຄຳຕັດສິນຕ່າງ ເຊິ່ງສານ ລັດເຊຍ ໄດ້ວາງອອກ.

ສະຫະພັນ ລັດເຊຍ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ສະພາເອີຣົບ ກ່ຽວກັບເລື່ອງຖອນຕົວອອກຈາກອົງການນີ້ ຕາມມາດຕາທີ 7 ໃນລະບຽບການຂອງອົງການ, ໂດຍໄດ້ກຳນົດວ່າ ບໍ່ວ່າສະມາຊິກໃດໆຂອງສະພາເອີຣົບ ລ້ວນແຕ່ຖືກຕົວອອກຈາກອົງການ ເມື່ອໄດ້ຮັບແຈ້ງການຢ່າງເປັນທາງການ. ລັດເຊຍ ເລີ່ມວິວັດການຖອນຕົວອອກຈາກອົງການນີ້ ໃນວັນທີ 15 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ