ລັດເຊຍ ຖະແຫຼງບໍ່ດຳເນີນການເຈລະຈາສັນຕິພາບກັບ ຢູແກຼນ ໃນຈຸດເວລານີ້

(VOVWORLD) - ລັດເຊຍ ກໍ່ບໍ່ຖອນຄືນບັນດາຂໍ້ສະເໜີກ່ຽວກັບສັນຕິພາບກ່ອນໜ້ານັ້ນ.
ລັດເຊຍ ຖະແຫຼງບໍ່ດຳເນີນການເຈລະຈາສັນຕິພາບກັບ ຢູແກຼນ ໃນຈຸດເວລານີ້ - ảnh 1ທ່ານ Yuri Ushakov, ຜູ້ຊ່ວຍວຽກປະທານາທິບໍດີລັດເຊຍ
(ພາບ: Reuters)

        ວັນທີ 19 ສິງຫາ, ທ່ານ Yuri Ushakov, ຜູ້ຊ່ວຍວຽກປະທານາທິບໍດີລັດເຊຍ ຖະແຫຼງວ່າ, ມົດສະກູ ບໍ່ພ້ອມທີ່ຈະດຳເນີນການເຈລະຈາສັນຕິພາບກັບ ຢູແກຼນ ຍ້ອນການບຸກໂຈມຕີຂອງ ກີແອັບ ໃສ່ແຂວງ Kursk ຂອງ ລັດເຊຍ, ເຖິງຢ່າງໃດກໍ່ຕາມ, ລັດເຊຍ ກໍ່ບໍ່ຖອນຄືນບັນດາຂໍ້ສະເໜີກ່ຽວກັບສັນຕິພາບກ່ອນໜ້ານັ້ນ. ເມື່ອຖືກຖາມວ່າ ມົດສະກູ ຈະຮັກສາຫຼັກໝັ້ນກ່ຽວກັບການຢຸດຊົ່ວຄາວແງ່ຫວັງດຳເນີນບັນດາການເຈລະຈາກັບ ກີແອັບ ໃນເວລາດົນປານໃດ, ທ່ານ Yuri Ushakov ໃຫ້ຮູ້ວ່າ, ສິ່ງດັ່ງກ່າວແມ່ນອີງໃສ່ສະພາບການ, ລວມທັງສະພາບການຢູ່ສະໜາມຮົບ.

        ກ່ຽວຂ້ອງເຖິງສະພາບການຢູ່ Kursk, ຕາມສຳນັກຂ່າວສານແຫ່ງລັດ RIA ຂອງ ລັດເຊຍ ແລ້ວ, ວັນທີ 19 ສິງຫາ, ກຳລັງທະຫານເຮືອຍົກພົນຂຶ້ນບົກ ໄດ້ຈັບຕົວກຸ່ມພົນທະຫານ ຢູແກຼນ 19 ຄົນຢູ່ແຂວງ Kursk ຂອງ ລັດເຊຍ. ໃນເຫດການທີ່ກ່ຽວຂ້ອງ, ນະຄອນ Proletarsk, ທາງພາກໃຕ້ ລັດເຊຍ, ຫາກໍ່ປະກາດສະພາວະສຸກເສີນ ພາຍຫຼັງທີ່ສາງເກັບນ້ຳມັນຖືກບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງ ຢູແກຼນ, ກໍ່ໃຫ້ເກີດໄຟໄໝ້ເປັນເວລາກວ່າ 24 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ