ລັດ​ເຊຍ ​ທຳ​ລາຍ​ກົນ​ອຸ​ບາຍບ​ຸກ​ໂຈມ​ຕີ​ຂອງ IS

(VOVWORLD) -ທັງສອງເປົ້າໝາຍ ລ້ວນແຕ່ເປັນ ຊາວລັດເຊຍ, ແລະຖືກສົງໄສວ່າ ພວມດຳເນີນການເກນສະມາຊິກໃຫ້ແກ່ IS ແລະ ໂຄສະນາລັດທິກໍ່ການຮ້າຍ.

        ວັນທີ 31 ກໍລະກົດ, ອົງການປ້ອງກັນຄວາມສະຫງົບ ສະຫະພັນລັດເຊຍ (FSB) ໃຫ້ຮູ້ວ່າ ກຳລັງເຈົ້າໜ້າທີ່ປະເທດນີ້ຫາກໍດຳເນີນບັ້ນຮົບຢູ່ ປະເທດສາທາລະນະ ຕາຕັກສະຖານ ແລະ ຈັບຕົວສະມາຊິກ ຂອງອົງການກໍ່ການຮ້າຍ “ລັດອິດສະລາມ” IS ໄດ້ 2 ຄົນ. ທັງສອງເປົ້າໝາຍ ລ້ວນແຕ່ເປັນ ຊາວລັດເຊຍ, ແລະຖືກສົງໄສວ່າ ພວມດຳເນີນການເກນສະມາຊິກໃຫ້ແກ່ IS ແລະ ໂຄສະນາລັດທິກໍ່ການຮ້າຍ, ພ້ອມທັງຂຶ້ນແຜນບຸກໂຈມຕີກໍ່ການຮ້າຍຢູ່ ປະເທດສາທາລະນະ ຕາຕັກສະຖານ. ເມື່ອໄປກວດກາປ່ອນຢູ່ຂອງ 2 ເປົ້າໝາຍນີ້, ກຳລັງເຈົ້າໜ້າທີ່ໄດ້ພົບເຫັນ, ຍຶດໄດ້ທາດລະເບີດ ແລະ ບັນດາອຸປະກອນລະເບີດທີ່ຜະລິດເອງ.

ຕອບກັບ

ຂ່າວ/ບົດ​ອື່ນ