ລັດເຊຍ ບຸກໂຈມຕີ ບັນດາເປົ້າໝາຍທະຫານກະບົດຢູ່ ຊີຣີ

(VOVWORLD) - ວັນທີ 22 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ກຳ່ປັ່ນດຳນ້ຳລຳໜຶ່ງຂອງປະເທດນີ້ ຢູ່ທະເລ ເມດີຕາຣາເນ ໄດ້ຍິງລູກສອນໄຟນຳວິຖີ ແນໃສ່ບັນດາເປົ້າໝາຍທະຫານກະບົດທີ່ກ່ຽວຂ້ອງເຖິງອົງການກໍ່ການຮ້າຍ al-Qaeda ຢູ່ພາກຕາເວັນຕົກສ່ຽງເໜືອຂອງ ຊີຣີ. 
ລັດເຊຍ ບຸກໂຈມຕີ ບັນດາເປົ້າໝາຍທະຫານກະບົດຢູ່ ຊີຣີ - ảnh 1ພາບປະກອບຈາກ RT 

ບັນດາລູກສອນໄຟນຳວິຖີ Kalibr ໄດ້ຍິງຈາກກ່ຳປັ່ນດຳນ້ຳ Veliky Novgorod ດ້ວຍໄລຍະຫ່າງ 300 ກມ ແລະ ໄດ້ທຳລາຍບັນດາສູນບັນຊາສຳຄັນ, ມີລົດຫຸ້ມເກາະຫຼາຍຄັນ ແລະ ບັນດາຖານທີ່ໝັ້ນຝຶກແອບຂອງກຸ່ມທະຫານກະບົດແນວໂຮມ al – Nusra ຢູ່ແຂວງ Idlib. ລັດເຊຍ ປະຕິບັດບັ້ນບຸກໂຈມຕີພາຍຫຼັງທີ່ພວກທະຫານກະບົດໄດ້ບຸກໂຈມຕີກຸ່ມທະຫານຂອງລັດເຊຍຢູ່ແຂວງ Hama, ເຮັດໃຫ້ ທະຫານລັດເຊຍ 3 ຄົນຖືກຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ