ລັ​ດ​ເຊຍ ບໍ່​ຢາກ​ຕັດ​ຂາດ​ສາຍ​ພົວ​ພັນ​ກັບ​ບໍ່​ວ່າ​ປະ​ເທດ​ໃດ

(VOVWORLD) -  ມົດສະກູ ບໍ່ຢາກຕັດຂາດສາຍພົວພັນກັບບັນດາອົງການຈັດຕັ້ງສາກົນ, ຄື: ສປຊ ແລະ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO). ລັດເຊຍ ຍັງບໍ່ທັນຢຸດ ແລະ ຈະບໍ່ຢຸດການຮ່ວມມືກັບ ເອີຣົບ. 
ລັ​ດ​ເຊຍ ບໍ່​ຢາກ​ຕັດ​ຂາດ​ສາຍ​ພົວ​ພັນ​ກັບ​ບໍ່​ວ່າ​ປະ​ເທດ​ໃດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ: TASS)

ລັດເຊຍ ບໍ່ຢາກຕັດຂາດສາຍພົວພັນກັບບໍ່ວ່າປະເທດໃດ. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໃນວັນທີ 17 ພະຈິກ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ເວທີປາໄສວັດທະນະທຳສາກົນ St. Petersburg. ທ່ານປະທານາທິບໍດີ ລັດເຊຍ ກໍເນັ້ນໜັກວ່າ ມົດສະກູ ບໍ່ຢາກຕັດຂາດສາຍພົວພັນກັບບັນດາອົງການຈັດຕັ້ງສາກົນ, ຄື: ສປຊ ແລະ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO). ລັດເຊຍ ຍັງບໍ່ທັນຢຸດ ແລະ ຈະບໍ່ຢຸດການຮ່ວມມືກັບ ເອີຣົບ. ທ່ານ Putin ກໍຢັ້ງຢືນວ່າ ລັດເຊຍ ເຊື່ອໝັ້ນຕໍ່ຄວາມຄາດຫວັງຂອງບຸກຄົນຜູ້ມີຫົວຄິດປະດິດສ້າງ, ລິເລີ່ມ ເພື່ອສ້າງໂລກແຫ່ງຍຸຕິທຳ, ຍືນຍົງ, ປອດໄພ ແລະ ສັນຕິພາບ.  ລັດເຊຍ ເຊື່ອໝັ້ນຕໍ່ການສ້າງສາຍພົວພັນຮ່ວມມືດ້ານວັດທະນະທຳ ແລະ ມະນຸດສະທຳ ລະຫວ່າງບັນດາປະເທດ ສະມາຊິກຂອງອົງການຮ່ວມມື ຊຽງໄຮ, ອາຊຽນ ແລະ ບັນດາສະມາຄົມລະດັບພາກພື້ນແຖວໜ້າຢູ່ ອາຟະລິກາ ແລະ ອາເມລິກາ ລາຕິນ.

ນັກຂ່າວ VOV ປະຈຳ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ