ລັ​ດ​ເຊຍ ປັບ​ປຸງ​ການ​ພົວ​ພັນ​ກັບ ຈີນ ແລະ ອິນ​ເດຍ

(VOVWORLD) -ໃນນິຍາມນະໂຍບາຍພົວພັນຕ່າງປະເທດ ສະບັບອັບເດດຂອງ ສະຫະພັນ ລັດເຊຍ, ມົດສະກູ ກຳນົດທິດເສີມຂະຫຍາຍບັນດາກຳລັງບົ່ມຊ້ອນຂອງການພົວພັນຄູ່ຮ່ວມມືຍຸດທະສາດກັບ ຈີນ ແລະ ອິນເດຍ.
ລັ​ດ​ເຊຍ ປັບ​ປຸງ​ການ​ພົວ​ພັນ​ກັບ ຈີນ ແລະ ອິນ​ເດຍ - ảnh 1   ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອະນຸມັດຜ່ານ ນິຍາມນະໂຍບາຍພົວພັນຕ່າງປະເທດສະບັບອັບເດດຂອງ ສະຫະພັນ ລັດເຊຍ (ພາບ: TTXVN)

ກ່າວຄຳເຫັນໃນວັນທີ 31 ມີນາ ໃນກອງປະຊຸມຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບບັນດາສະມາຊິກໃນສະພາຄວາມໝັ້ນຄົງ ລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຊີ້ແຈ້ງວ່າ ໃນນິຍາມນະໂຍບາຍພົວພັນຕ່າງປະເທດ ສະບັບອັບເດດຂອງ ສະຫະພັນ ລັດເຊຍ, ມົດສະກູ ກຳນົດທິດເສີມຂະຫຍາຍບັນດາກຳລັງບົ່ມຊ້ອນຂອງການພົວພັນຄູ່ຮ່ວມມືຍຸດທະສາດກັບ ຈີນ ແລະ ອິນເດຍ.

        ທ່ານ Sergei Lavrov ຢັ້ງຢືນວ່າ ມົດສະກູ ກໍມີແຜນນະໂຍບາຍເສີມຂະຫຍາຍກຳລັງບົ່ມຊ້ອນຂອງການພົວພັນຄູ່ຮ່ວມມືຍຸດທະສາດກັບບັນດາປະເທດທີ່ຖືສາສະໜາ ອິດສະລາມ ກໍຄື ບັນດາປະເທດ ອາຊຽນ, ທະວີບ ອາຟະລິກາ, ທະວີບ ອາເມລິກາ ລາຕິນ ແລະ ເຂດ Caribe ຢ່າງສຸດຂີດ.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອະນຸມັດຜ່ານ ນິຍາມນະໂຍບາຍພົວພັນຕ່າງປະເທດສະບັບອັບເດດຂອງ ສະຫະພັນ ລັດເຊຍ. ຕາມທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ນິຍາມນະໂຍບາຍພົວພັນຕ່າງປະເທດທີ່ໄດ້ອັບເດດໃໝ່ນັ້ນ ຈະເປັນພື້ນຖານແກ່ການເຄື່ອນໄຫວຕໍ່ໄປຂອງ ລັດເຊຍ ໃນບັນດາບັນຫາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ