ລັດເຊຍ ປອບໃຈຍີ່ປຸ່ນ ກ່ຽວກັບການຊ້ອມຮົບຢູ່ຕາເວັນອອກໄກ

ລັດເຊຍ ປອບໃຈຍີ່ປຸ່ນ ກ່ຽວກັບການຊ້ອມຮົບຢູ່ຕາເວັນອອກໄກ - ảnh 1
ລັດ​ເຊຍ ປອບ​ໃຈຍີ່​ປຸ່ນ ກ່ຽວ​ກັບການ​ຊ້ອມ​ຮົບ​ຢູ່​ຕາ​ເວັນ​ອອກ​​ໄກ
(ພາບ: RT)

(vovworld) –  ວັນ​ທີ 13/08, ກະຊວງ​ການ​ຕ່າງປະ​ເທ​ດລັດ​ເຊຍ ຢືນຢັນ​ວ່າ ການ​ຊ້ອມ​ຮົບ​​ເຊິ່ງປະ​ເທດ​ນີ້​ພວມ​ດຳ​ເນີນ​ຢູ່​ເຂດ​ຕາ​ເວັນ​ອອກ​​ໄກ ບໍ່​ນາບ​ຂູ່​ເຖິງ​ບໍ່​ວ່າ​ປະ​ເທດ​ໃດ, ນັບ​ທັງ​ຍີ່ປຸ່ນ. ທ່ານ​ຮອງ​ຫົວໜ້າ​ກົມ​ການ​ຂ່າວ - ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ​ນາງ Maria Zakharova ​ເນັ້ນ​ໜັກວ່າ ໝູ່​ເກາະ Kuril ​ໃຕ້ (​ເຊິ່ງຍີ່ປຸ່ນ ​ເອີ້ນ​ວ່າ​ເຂດ​ດິນ​ແດນ​ທາງ​ພາກ​ເໜືອ) ​ເປັນ​ສະຖານ​ທີ່​ດຳ​ເນີນ​ການ​ຊ້ອມ​ຮົບ, ​ແມ່ນຂຶ້ນ​ກັບ​ລັດ​ເຊຍ ພາຍຫຼັງ​ສົງຄາມ​​ໂລກ​ຄັ້ງ​ທີ 2. ບໍ່​ມີ​ສິ່​ງ​ໃດ​ຜິດ​ປົກກະຕິ​ໃນ​ບັນດາ​ການ​ຊ້ອມ​ຮົບ​ຂອງ​ກຳລັງ​ປະກອບ​ອາວຸດ​ລັດ​ເຊຍ ຢູ່ໝູ່​ເກາະ Kuril ​ໃຕ້  ຍ້ອນ​ບັນດາ​ການ​ຊ້ອມ​ຮົບ​ເຊັ່ນ​ດຽວ​ກັນ​ໄດ້​ດຳ​ເນີນ​ເປັນ​ປະຈຳ.

        ກ່ອນ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຖື​ວ່າ ການ​ຊ້ອມ​ຮົບ​ດັ່ງກ່າວ​ຂອງ​ລັດ​ເຊຍ ​ແມ່ນ​ບໍ່ອາດ​ຮັບ​ຮູ້​ໄດ້ ​ແລະ ​ໄດ້ຊີ້​ນຳ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ສົ່ງ​ສານ​ຄັດຄ້ານ​​ເຖິງມົດສກູ.

ຂ່າວ/ບົດ​ອື່ນ