ລັດ​ເຊຍ ປະ​ກາດ​ກ່ຽວ​ກັບ​ຄວາມ​​ອາດ​ສາ​ມາດເປັນ​ໄປ​ໄດ້​ຂອງ​ການ​ຈັດ​ຕັ້ງ​ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ອາດຈະພົບປະກັນໃນເດືອນ ມິຖຸນາ ຈະມາເຖິງ, ແຕ່ການຮັບຮອງເອົາຂໍ້ຕົກລົງສຸດທ້າຍນັ້ນ ແມ່ນຍັງຂຶ້ນກັບຫຼາຍປັດໄຈ.
ລັດ​ເຊຍ ປະ​ກາດ​ກ່ຽວ​ກັບ​ຄວາມ​​ອາດ​ສາ​ມາດເປັນ​ໄປ​ໄດ້​ຂອງ​ການ​ຈັດ​ຕັ້ງ​ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

   ວັນທີ 25 ເມສາ, ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ Yuri Ushakov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ອາດຈະພົບປະກັນໃນເດືອນ ມິຖຸນາ ຈະມາເຖິງ, ແຕ່ການຮັບຮອງເອົາຂໍ້ຕົກລົງສຸດທ້າຍນັ້ນ ແມ່ນຍັງຂຶ້ນກັບຫຼາຍປັດໄຈ.

        ຕາມທ່ານ Yuri  Ushakov ແລ້ວ, ປັດຈຸບັນ ຍັງບໍ່ທັນມີການຕົກລົງຢ່າງແນວແນ່ກ່ຽວກັບການພົບປະລະຫວ່າງການນຳ ລັດເຊຍ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ, ທ່ານ  Yuri Ushakov ຊີ້ແຈ້ງວ່າ ອາເມລິກາ ໄດ້ມີສັນຍານກ່ຽວກັບການຄາດຄະເນດຳເນີນການພົບປະດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ