ລັດເຊຍ ປະກາດຈຸດເວລາສືບຕໍ່ດຳເນີນການເຈລະຈາ ນິວເຄຼຍ ອີຣານ

(VOVWORLD) -ວິວັດທະນາການເຈລະຈາ ກັບ ອີຣານ ແລະ ອາເມລິກາ ຢ່າງບໍ່ເປັນທາງການ ແນໃສ່ນຳທັງສອງປະເທດນີ້ກັບຄືນສູ່ການປະຕິບັດແຜນການກະທຳລວມຮອບດ້ານ (JCPOA)ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ ໃນວັນທີ 7 ພຶດສະພາ
ລັດເຊຍ ປະກາດຈຸດເວລາສືບຕໍ່ດຳເນີນການເຈລະຈາ ນິວເຄຼຍ ອີຣານ - ảnh 1ທ່ານ ມີຄາຍ ອູນຢານົບ ຜູ້ຕາງໜ້າ ຂອງ ລັດເຊຍ ປະຈຳອົງການພະລັງງານປະລາມະນູສາກົນ (IAEA)

     ວັນທີ 1 ພຶດສະພາ ຜູ້ຕາງໜ້າ ຂອງ ລັດເຊຍ ປະຈຳອົງການພະລັງງານປະລາມະນູສາກົນ (IAEA) ທ່ານ ມີຄາຍ ອູນຢານົບ ໃຫ້ຮູ້ວ່າ ວິວັດທະນາການເຈລະຈາ ກັບ ອີຣານ ແລະ ອາເມລິກາ ຢ່າງບໍ່ເປັນທາງການ ແນໃສ່ນຳທັງສອງປະເທດນີ້ກັບຄືນສູ່ການປະຕິບັດແຜນການກະທຳລວມຮອບດ້ານ (JCPOA)ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ ໃນວັນທີ 7 ພຶດສະພາ. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ ພາຍຫຼັງດຳເນີນກອງປະຊຸມລະຫວ່າງບັນດາຝ່າຍ ທີ່ຍັງເຫຼືອໃນການເຂົ້າຮ່ວມ JCPOA, ທ່ານ ອູນຢານົບ ໃຫ້ຮູ້ວ່າ ວິວັດທະນາການເຈລະຈາ ຈະສືບຕໍ່ດຳເນີນໃນວັນສຸກອາທິດໜ້າ. ພວກເຮົາບໍ່ຄວນຕັ້ງຄວາມຫວັງ ຈະມີບາດກ້າວບຸກທະລຸໃນຊຸມວັນທີ່ຈະມາເຖິງ. ວັນທີ 27 ເມສາ ຜ່ານມາ ຜູ້ຕາງໜ້າປະເທດ ອີຣານ ອັງກິດ ຈີນ ຝລັ່ງ ເຢຍລະມັນ  ແລະ ລັດເຊຍ ໄດ້ດຳເນີນການເຈລະຈາຮອບທີ 3 ຢູ່ ວຽນ ແນໃສ່ເປັນເອກະພາບກັນບັນດາບາດກ້າວເດີນທີ່ຈຳເປັນ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ອິຣານ. 

ຕອບກັບ

ຂ່າວ/ບົດ​ອື່ນ