ລັດ​ເຊຍ ປະ​ກາດ​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສັນ​ຕິ​ພາບ ຢູ​ແກຼນ

(VOVWORLD) -  ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍເນັ້ນໜັກວ່າ ກອງປະຊຸມສຸດຍອດນັ້ນ ມີເປົ້າໝາຍຊຸກຍູ້ “ຕຳລາ Zelensky” ແລະ ສິ່ງນີ້ແມ່ນບໍ່ມີຄວາມເປັນໄປໄດ້ເພື່ອແກ້ໄຂການປະທະກັນ.
ລັດ​ເຊຍ ປະ​ກາດ​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສັນ​ຕິ​ພາບ ຢູ​ແກຼນ - ảnh 1ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN)

ວັນທີ 21 ກັນຍາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ, ປະກາດວ່າ ລັດເຊຍ ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບ ຢູແກຼນຄັ້ງທີ 2 ທີ່ອາດຈະດຳເນີນໃນເດືອນພະຈິກຈະມາເຖິງ. ທ່ານນາງ Zakharova ເນັ້ນໜັກວ່າ ກອງປະຊຸມສຸດຍອດນັ້ນ ມີເປົ້າໝາຍຊຸກຍູ້ “ຕຳລາ Zelensky” ແລະ ສິ່ງນີ້ແມ່ນບໍ່ມີຄວາມເປັນໄປໄດ້ເພື່ອແກ້ໄຂການປະທະກັນ.

ກ່ອນໜ້ານັ້ນ, ຕາມໜັງສືພິມ Ukrainska Pravda ແລ້ວ, ວັນທີ 20 ກັນຍາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເປີດເຜີຍກັບວົງການນັກຂ່າວວ່າ ຢູແກຼນ ພວມຕັ້ງໜ້າສ້າງແຜນການໃໝ່ທີ່ໄດ້ຮັບຖືວ່າແມ່ນບາດກ້າວເລີ່ມຕົ້ນ ແລະ ພື້ນຖານໃຫ້ແກ່ບັນດາການເຈລະຈາໃນທຸກຮູບແບບກັບ ລັດເຊຍ ແລະ 3 ຈຸດຂອງແຜນການນີ້ໄດ້ຮັບການກະກຽມແລ້ວ. ອຳນາດການປົກຄອງ Kiev ໄດ້ປະກາດເປັນຫຼາຍຄັ້ງວ່າຈະປັດເຂັ່ຍບໍ່ວ່າການເຈລະຈາໃດບໍ່ອີງຕາມ “ຕຳລາສັນຕິພາບ” ລວມມີ 10 ຈຸດຂອງປະທານາທິບໍດີ Zelensky.

ມົດສະກູ ຖືບັນດາການເງື່ອນໄຂນີ້ຂອງ Kiev ແມ່ນປອດຄວາມຈິງ. ວົງການເຈົ້າໜ້າທີ່ລັດເຊຍ ໄດ້ປະກາດເປັນຫຼາຍຄັ້ງວ່າ ຍາມໃດກກໍ່ຊັ່ງຊາການເຈລະຈາກັບ ຢູແກຼນ ເພື່ອຢຸດຕິສົງຄາມ, ແຕ່ຕ້ອງມີເງື່ອນໄຂອີງຕາມສະພາບການຕົວຈິງ, ພິຈາລະນາເຖິງຜົນປະໂຫຍດທາງດ້ານຄວາມໝັ້ນຄົງຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ