ລັດເຊຍ ປະກາດພ້ອມແລ້ວທີ່ຈະສວມບົດບາດຮັບປະກັນຄວາມສະຫງົບຢູ່ ອາບຟຣີກາ

(VOVWORLD) - ລັດເຊຍ ພ້ອມແລ້ວທີ່ຊ່ວຍບັນດາຄູ່ຮ່ວມມື ອາບຟຣີກາ ປັບປຸງອະທິປະໄຕແຫ່ງຊາດ.

ວັນທີ 27 ສິງຫາ, ທ່ານ Viktor Bondarev, ປະທານຄະນະກຳມະການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງ ສະພາສູງ ລັດເຊຍ ໃຫ້ຮູ້ວ່າ: ສະຫະພັນລັດເຊຍ ພ້ອມແລ້ວທີ່ຈະສວມບົດບາດຮັບປະກັນຄວາມສະຫງົບຢູ່ ອາບຟຣີກາ ຕໍ່ໜ້າບັນດາການຜັນແປທີ່ສັບສົນກ່ຽວກັບດ້ານຄວາມໝັ້ນຄົງຢູ່ພາກພື້ນນີ້. ແລະກໍ່ໃນວັນດຽວກັນ, ທ່ານ Alexander Bikantov, ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສ ອາບຟຣີກາ ກາງ ໃຫ້ຮູ້ວ່າ: ປະເທດ ສ ອາບຟຣີກາ ກາງ ສະເໜີໃຫ້ ລັດເຊຍ ຊ່ວຍຮັບປະກັນຄວາມໝັ້ນຄົງໃນການລົງປະຊາມະຕິກ່ຽວກັບການປັບປຸງ ລັດຖະທຳມະນູນ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມສຸດຍອດ ລັດເຊຍ - ອາບຟຣີກາ ຄັ້ງທີ 2 ເຊິ່ງຈັດຂຶ້ນຢູ່ນະຄອນ Saint Peterburg ໃນທ້າຍເດືອນ ກໍລະກົດນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ: ລັດເຊຍ ພ້ອມແລ້ວທີ່ຊ່ວຍບັນດາຄູ່ຮ່ວມມື ອາບຟຣີກາ ປັບປຸງອະທິປະໄຕແຫ່ງຊາດ. ບັນດາການກະທຳຂອງລັດເຊຍ ໄດ້ດຳເນີນໄປໃນສະພາບການທີ່ຢູ່ຫຼາຍປະເທດ ອາບຟຣີກາ ມີບັນດາການຜັນແປທີ່ສັບສົນກ່ຽວກັບດ້ານຄວາມສະຫງົບ ທີ່ກ່ຽວຂ້ອງເຖິງສົງຄາມພາຍໃນ, ການກໍ່ການຮ້າຍ ແລະ ລັດເຊຍ ກໍ່ນັບມື້ນັບຍົກສູງບົດບາດ, ຜົນສະທ້ອນຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ