ລັດ​ເຊຍ ປະກາດ​ວັນ​ເວລາ​ຈັດ​ຕັ້ງ​ພິທີ​ເດີນ​ຂະ​ບວນສວນສະໜາມ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ໄຊຊະນະ​ຟາດຊິດ ຄົບຮອບ 75 ປີ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າ ລັດເຊຍ ຈະຈັດຕັ້ງພິທີເດີນຂະບວນສວນສະໜາມ ເພື່ອສະເຫຼີມສະຫຼອງວັນໄຊຊະນະຟາດຊິດໃນສົງຄາມໂລກຄັ້ງທີ 2 ຄົບຮອບ 75 ປີ ຂຶ້ນ ໃນວັນທີ 24 ມິຖຸນາ.
ລັດ​ເຊຍ ປະກາດ​ວັນ​ເວລາ​ຈັດ​ຕັ້ງ​ພິທີ​ເດີນ​ຂະ​ບວນສວນສະໜາມ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ໄຊຊະນະ​ຟາດຊິດ ຄົບຮອບ 75 ປີ - ảnh 1ພິທີເດີນຂະບວນສວນສະໜາມ ເພື່ອສະເຫຼີມສະຫຼອງວັນໄຊຊະນະຟາດຊິດຢູ່ມົດສະກູ ໃນວັນທີ 9/5/2019 (ພາບ: Sputnik/TTXVN)

        ວັນທີ 26 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າ ລັດເຊຍ ຈະຈັດຕັ້ງພິທີເດີນຂະບວນສວນສະໜາມ ເພື່ອສະເຫຼີມສະຫຼອງວັນໄຊຊະນະຟາດຊິດໃນສົງຄາມໂລກຄັ້ງທີ 2 ຄົບຮອບ 75 ປີ ຂຶ້ນ ໃນວັນທີ 24 ມິຖຸນາ, ພາຍຫຼັງເຫດການດັ່ງກ່າວຖືກໂຈະໄວ້ ຍ້ອນໂລກລະບາດໂຄວິດ - 19. ໃນວັນທີ 24 ມິຖຸນານີ້, ລັດເຊຍ ພຽງແຕ່ຈະຈັດຕັ້ງພິທີເດີນຂະບວນສວນສະໜາມເທົ່ານັ້ນ, ສ່ວນພິທີເດີນຂະບວນສະແດງກໍາລັງຂອງກອງພັນໃຫຍ່, ຄາດວ່າຈະດໍາເນີນໃນວັນທີ 26 ກໍລະກົດ, ເຊິ່ງກົງກັບວັນມູນເຊື້ອຂອງກອງທັບເຮືອລັດເຊຍ. ເຖິງຢ່າງໃດກໍຕາມ, ແຜນການນີ້ ອາດຈະມີການປ່ຽນແປງ ຊຶ່ງຂຶ້ນກັບສະພາບການໂລກລະບາດໂຄວິດ - 19 ໃນຈຸດເວລານັ້ນອີກດ້ວຍ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ເຂົ້າຮ່ວມ.

ວັນເທື່ອງ - ນັກຂ່າວ VOV ປະຈໍາ ລັດເຊຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ