ລັດ​ເຊຍ ປະ​ກາດ​ເນື້ອ​ໃນ​ການ​ເຈ​ລະ​ຈາ​ຮອບ​ທີ​ສອງ​ກັບ ຢູ​ແກຼນ

(VOVWORLD) -ບັນຫາທີ່ກ່ຽວຂ້ອງເຖິງການຢຸດຍິງ ແລະ ຄວາມຕ້ອງການເປີດກວ້າງຂອບເຂດມະນຸດສະທຳ ຈະໄດ້ນຳມາປຶກສາຫາລືໃນຮອບເຈລະຈາທີສອງກັບຝ່າຍ ຢູແກຼນ.
ລັດ​ເຊຍ ປະ​ກາດ​ເນື້ອ​ໃນ​ການ​ເຈ​ລະ​ຈາ​ຮອບ​ທີ​ສອງ​ກັບ ຢູ​ແກຼນ - ảnh 1ທ່ານ Vladimir Medinsky - ທີ່ປຶກສາຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ຕອບສຳພາດຕໍ່ນັກຂ່າວ (ພາບ: AFP/TTXVN)

ສຳນັກຂ່າວສານ TASS (ລັດເຊຍ) ໄດ້ຄັດສະເໜີຄຳປາໄສຂອງທ່ານ Vladimir Medinsky - ທີ່ປຶກສາຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ທັງເປັນຫົວໜ້າຄະນະນັກເຈລະຈາຝ່າຍລັດເຊຍ ໂດຍໃຫ້ຮູ້ວ່າ ບັນຫາທີ່ກ່ຽວຂ້ອງເຖິງການຢຸດຍິງ ແລະ ຄວາມຕ້ອງການເປີດກວ້າງຂອບເຂດມະນຸດສະທຳ ຈະໄດ້ນຳມາປຶກສາຫາລືໃນຮອບເຈລະຈາທີສອງກັບຝ່າຍ ຢູແກຼນ.

    ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບລາຍການເຄື່ອນໄຫວຂອງການເຈລະຈາຮອບທີສອງນີ້, ລວມມີ ບັນດາບັນຫາທີ່ກ່ຽວຂ້ອງເຖິງຄຳສັ່ງຢຸດຍິງ ແລະ ຂອບເຂດມະນຸດສະທຳ, ທ່ານ Vladimir Medinsky ກ່າວວ່າ: “ພວກຂ້າພະເຈົ້າໄດ້ແລກປ່ຽນທັດສະນະຂອງພວກຂ້າພະເຈົ້າໃນການພົບປະຄັ້ງກ່ອນແລ້ວ. ລັດເຊຍ ໄດ້ຍົກອອກບາງຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງຄຳສັ່ງຢຸດຍິງໃນທັນທີ.”

    ຕາມແຜນການແລ້ວ, ຄະນະນັກເຈະລຈາຂອງລັດເຊຍ ແລະ ຢູແກຼນ ຈະພົບປະກັນຢູ່ Belovezhskaya Pushcha ເຂດຊາຍແດນລະຫວ່າງ ເບລາຣຸດ ກັບ ໂປໂລຍ. ການເຈລະຈາຮອບທຳອິດລະຫວ່າງສອງຝ່າຍດຳເນີນໃນວັນທີ 28 ກຸມພາ ຢູ່ເຂດ Gomel ຊາຍແດນລະຫວ່າງ ເບລາຣຸດ ແລະ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ