ລັດ​ເຊຍ ປະ​ຕິ​ເສດ​ຂໍ້​ມູນ​ຂ່າວ​ ເຂົ້​າ​ຮ່ວມກອງ​ປະ​ຊຸມ​ G7 ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ລັດເຊຍ ໄດ້ປະຕິເສດຂໍ້ມູນຂ່າວທີ່ວ່າ ປະເທດນີ້ ໄດ້ດຳເນີນການປຶກສາຫາລືກ່ຽວກັບການເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ເຊິ່ງຈະຈັດຂຶ້ນໃນໄລຍະຈະມາເຖິງຕາມແບບທາງໄກເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ.
ລັດ​ເຊຍ ປະ​ຕິ​ເສດ​ຂໍ້​ມູນ​ຂ່າວ​ ເຂົ້​າ​ຮ່ວມກອງ​ປະ​ຊຸມ​ G7  ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ອາບ​ກາ​ນິດ​ສະ​ຖານ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova  (ພາບ: TASS)

  ວັນທີ 5 ກັນຍາ, ລັດເຊຍ ໄດ້ປະຕິເສດຂໍ້ມູນຂ່າວທີ່ວ່າ ປະເທດນີ້ ໄດ້ດຳເນີນການປຶກສາຫາລືກ່ຽວກັບການເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ເຊິ່ງຈະຈັດຂຶ້ນໃນໄລຍະຈະມາເຖິງຕາມແບບທາງໄກເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ. ທ່ານນາງ ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ໃຫ້ຮູ້ວ່າ ກ່ອນນີ້ 2 ວັນ, ລັດເຊຍ ໄດ້ຮັບ “ສັນຍານ” ຈາກ ຝລັ່ງ ແລະ ເຢຍລະມັນ ກ່ຽວກັບກອງປະຊຸມຈຳນວນໜຶ່ງ ແຕ່ບໍ່ກ່ຽວຂ້ອງເຖິງ G7.

        ກ່ອນໜ້ານັ້ນ, ບັນດາປະເທດ G7 ໄດ້ເຫັນດີເປັນເອກະພາບ ຈະຮຽກຮ້ອງໃຫ້ ຕາລີບານ ຮັບປະກັນຄວາມປອດໄພໃຫ້ແກ່ການຍົກຍ້າຍພົນລະເມືອງ ຜູ້ທີ່ມີຄວາມປາດຖະໜາຢາກອອກຈາກ ອາບການິດສະຖານ ແລະ ຕັດການພົວພັນກັບບັນດາອົງການກໍ່ການຮ້າຍ ແລະ ເຄົາລົບສິດທິຂອງແມ່ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ