ລັດເຊຍ ປາດຖະໜາຢາກດຳເນີນການເຈລະຈາກັບ ຢູແກຼນ ຢ່າງຕັ້ງໜ້າ ແລະ ແທດຈິງກວ່າ

(VOVWORLD) -ຝ່າຍ ລັດເຊຍ ໄດ້ສົ່ງເອກະສານຮຽກຮ້ອງໃຫ້ຝ່າຍ ຢູແກຼນ ກ່ອນໜ້ານັ້ນຫຼາຍວັນ ແລະ ມົດສະກູ ຫວັງວ່າ Kiev ຈະໃຫ້ຄຳຕອບໄວ ແລະ ແທດຈິງ.
ລັດເຊຍ ປາດຖະໜາຢາກດຳເນີນການເຈລະຈາກັບ ຢູແກຼນ ຢ່າງຕັ້ງໜ້າ ແລະ ແທດຈິງກວ່າ - ảnh 1ວັງ Kremlin ສະແດງຄວາມປາດຖະໜາການຢາກໃຫ້ເຈລະຈາທີ່ພວມດຳເນີນໄປລະຫວ່າງ ລັດເຊຍ ແລະ ຢູແກຼນ ມີຄວາມ “ຕັ້ງໜ້າ ແລະ ແທດຈິງກວ່າ”
(ພາບປະກອບ: AFP/TTXVN)

ວັນທີ 22 ມີນາ, ເມື່ອຕອບຄຳຖາມຕໍ່ວົງການນັກຂ່າວ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, ວັງ Kremlin ສະແດງຄວາມປາດຖະໜາການຢາກໃຫ້ເຈລະຈາທີ່ພວມດຳເນີນໄປລະຫວ່າງ ລັດເຊຍ ແລະ ຢູແກຼນ ມີຄວາມ “ຕັ້ງໜ້າ ແລະ ແທດຈິງກວ່າ”, ໃນສະພາບການປະທະກັນລະຫວ່າງບັນດາກຳລັງ ລັດເຊຍ ແລະ ຢູແກຼນ ຍັງສືບຕໍ່ດຳເນີນ. ຝ່າຍ ລັດເຊຍ ໄດ້ສົ່ງເອກະສານຮຽກຮ້ອງໃຫ້ຝ່າຍ ຢູແກຼນ ກ່ອນໜ້ານັ້ນຫຼາຍວັນ ແລະ ມົດສະກູ ຫວັງວ່າ Kiev ຈະໃຫ້ຄຳຕອບໄວ ແລະ ແທດຈິງ.

ໃນຂະນະນັ້ນ, ສຳນັກຂ່າວສານ TASS (ລັດເຊຍ) ໄດ້ຄັດຄຳເວົ້າຂອງທ່ານ Dmitry Peskov ໂດຍຢືນຢັນວ່າ, ມົດສະກູ ບໍ່ຊອກຫາວິທີສ້າງຕັ້ງໂຄງປະກອບເພື່ອແນໃສ່ກຳນົດ ຫຼື ສ້າງໂຄງປະກອບອຳນາດການປົກຄອງທ້ອງຖິ່ນຢູ່ບັນດາເຂດຂອງ ຢູແກຼນ ຄືນໃໝ່. ທ່ານກໍ່ເນັ້ນໜັກວ່າ ໜ້າທີ່ຂອງກະຊວງປ້ອງກັນປະເທດ ລັດເຊຍ ແມ່ນປະຕິບັດບັ້ນການທະຫານພິເສດຢູ່ ຢູແກຼນ.

ໃນເຫດການທີ່ກ່ຽວຂ້ອງ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສຳນັກງານສະຫະປະຊາຊາດທີ່ ນິວຢອກ, ວັນທີ 22 ມີນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງໃຫ້ຢຸດຕິການປະທະກັນຢູ່ ຢູແກຼນ ພ້ອມທັງເນັ້ນໜັກວ່າ ຕ້ອງແກ້ໄຂການປະທະກັນໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ