ລັດ​ເຊຍ​ ປາດ​ຖະ​ໜາ​ຢາກ​ຟື້ນຟູ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ເອີ​ຣົບ

(VOVWORLD) -ລັດເຊຍ ມີຄວາມປາດຖະໜາ ຢາກຟື້ນຟູສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ເອີີຣົບ.
ລັດ​ເຊຍ​ ປາດ​ຖະ​ໜາ​ຢາກ​ຟື້ນຟູ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ເອີ​ຣົບ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/ TTXVN)

ໃນບົດຂຽນຂອງໜັງສືພິມລາຍອາທິດ Die Zeit ຂອງ ເຢຍລະມັນ ທີ່ໄດ້ເອົາລົງໃນເວັບໄຊຂອງວັງ Kremlin ເນື່ອງໃນໂອກາດສະເຫຼີມສະຫຼອງວັນເລີ່ມດຳເນີນສົງຄາມປ້ອງກັນປະເທດ ຄັ້ງຍິ່ງໃຫຍ່ ຄົບຮອບ 80 ປີ (1941 – 2021), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກວ່າ ລັດເຊຍ ມີຄວາມປາດຖະໜາ ຢາກຟື້ນຟູສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ເອີີຣົບ. ຕາມທ່ານປະທານາທິບໍດີ Vladimir Putin  ແລ້ວ, ສອງຝ່າຍມີຜົນປະໂຫຍດລວມຫຼາຍຢ່າງ, ໃນນັ້ນ ມີບັນຫາຄວາມໝັ້ນຄົງ, ສະຖຽນລະພາບຍຸດທະສາດ, ສຸຂະພິບານ ແລະ ການສຶກສາ, ການຫັນເປັນດີຈີຕອນ, ພະລັງງານ, ວັດທະນະທຳ, ວິທະຍາສາດ ແລະ ເຕັກໂນໂລຢີ, ແກ້ໄຂບັນດາບັນຫາກ່ຽວກັບດິນຟ້າອາກາດ ແລະ ສິ່ງແວດລ້ອມ.

ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ Vladimir Putin ກໍຊີ້ໃຫ້ເຫັນຄວາມຊຸດໂຊມຂອງລະບົບຄວາມໝັ້ນຄົງ ເອີຣົບ ແລະ ຄວາມສ່ຽງກ່ຽວກັບການຊ່ວງເສັງປະກອບອາວຸດນັບມື້ນັບເພີ່ມຂຶ້ນ. ທ່ານກໍໄດ້ກ່າວເຕືອນວ່າ ລັດເຊຍ ແລະ ເອີຣົບ ພວມພາດໂອກາດຕ່າງໆ ເຊິ່ງສອງຝ່າຍອາດຈະຍາດໄດ້ຖ້າຫາກຮ່ວມມືນຳກັນ.

 

 


 

ຕອບກັບ

ຂ່າວ/ບົດ​ອື່ນ