ລັດ​ເຊຍ ປ່​ຽນ​ທິດ​ເຮືອ​ບິນ​ຂົນ​ສົ່ງ​ຊະ​ເລີຍ​ເສິກ​ລຳ​ທີ 2 ອອກ​ຈາກ​ເຂດ​ອັນ​ຕະ​ລາຍ ​ພາຍຫຼັງທີ່​ລຳ​ທຳ​ອິດ​ຕົກ

(VOVWORLD) - ລັດເຊຍ ໄດ້ຫັນປ່ຽນທິດບິນຂອງເຮືອບິນ IL – 76 ລຳທີ 2 ທີ່ຂົນສົ່ງຊະເລີຍເສິກ ຢູແກຼນ 80 ຄົນ ອອກຈາກເຂດອັນຕະລາຍແລ້ວ. ທ່ານສະມາຊິກລັດຖະສະພາ Kartapolov ຖະແຫຼງວ່າ ບໍ່ວ່າການເຄື່ອນໄຫວແລກປ່ຽນຊະເລີຍເສິກໃດໆ ກໍຈະບໍ່ມີຄວາມເປັນໄປໄດ້ໃນຈຸດເວລານີ້. 

  ພາຍຫຼັງເກີດເຫດເຮືອບິນຂົນສົ່ງຊະເລີຍເສິກ ຢູແກຼນ 65 ຄົນ ຕົກໃນວັນທີ 24 ມັງກອນ, ສະມາຊິກລັດຖະສະພາ ລັດເຊຍ ທ່ານ Andrey Kartapolov ໃຫ້ຮູ້ວ່າ, ລັດເຊຍ ໄດ້ຫັນປ່ຽນທິດບິນຂອງເຮືອບິນ IL – 76 ລຳທີ 2 ທີ່ຂົນສົ່ງຊະເລີຍເສິກ ຢູແກຼນ 80 ຄົນ ອອກຈາກເຂດອັນຕະລາຍແລ້ວ. ທ່ານສະມາຊິກລັດຖະສະພາ Kartapolov ຖະແຫຼງວ່າ ບໍ່ວ່າການເຄື່ອນໄຫວແລກປ່ຽນຊະເລີຍເສິກໃດໆ ກໍຈະບໍ່ມີຄວາມເປັນໄປໄດ້ໃນຈຸດເວລານີ້. ຕາມທ່ານ Kartapolov ແລ້ວ, ບັນດານັກສືບສວນຈະຍົກອອກຄຳສະຫຼຸບກ່ຽວກັບເຫດເຮືອບິນຕົກນີ້. ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ເຮືອບິນທະຫານ IL – 76 ພວມຂົນສົ່ງຊະເລີຍເສິກ 65 ຄົນ ເພື່ອໄປແລກປ່ຽນ ພັດເກີດອຸບັດຕິເຫດດັ່ງກ່າວຂຶ້ນ. ກະຊວງປ້ອງກັນປະເທດ ລັດເຊຍ ກໍຢັ້ງຢືນວ່າ ນີ້ແມ່ນຈຳນວນຊະເລີຍເສິກ ຢູແກຼນ ແລະ ເຮືອບິນຂົນສົ່ງເຂົາເຈົ້າ ໄດ້ຕົກຢູ່ເຂດ Belgorod, ຕິດກັບຊາຍແດນ ຢູແກຼນ.

      


ຕອບກັບ

ຂ່າວ/ບົດ​ອື່ນ