ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈ​ະ ໂອ້​ລົມ​ສົນ​ທະ​ນາ ກັບ EU ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ

(VOVWORLD) -ໂດຍຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ຊີ້ແຈ້ງວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແມ່ນຜູ້ທຳອິດທີ່ສະເໜີການຮ່ວມມືສາກົນກ່ຽວກັບຄວາມໝັ້ນຄົງດ້ານຖະແຫຼງຂ່າວ. 
ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈ​ະ ໂອ້​ລົມ​ສົນ​ທະ​ນາ ກັບ EU ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ - ảnh 1ທ່ານໂຄສົກວັງ Kremlin Dmitry Peskov  (ພາບ: AFP/TTXVN)

ວັນທີ 28 ມິຖຸນາ, ທ່ານໂຄສົກວັງ Kremlin Dmitry Peskov ໄດ້ປະກາດວ່າ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ສະຫະພາບເອີລົບ (EU) ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ໃນສະພາບການທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະເໜີການຮ່ວມມືສາກົນກ່ຽວກັບບັນຫາຄວາມໝັ້ນຄົງດ້ານຖະແຫຼງຂ່າວ.

        ໂດຍຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ຊີ້ແຈ້ງວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແມ່ນຜູ້ທຳອິດທີ່ສະເໜີການຮ່ວມມືສາກົນກ່ຽວກັບຄວາມໝັ້ນຄົງດ້ານຖະແຫຼງຂ່າວ. ເຖິງວ່າ, ມາຮອດປັດຈຸບັນ ຂໍ້ລິເລີ່ມນີ້ ຍັງບໍ່ທັນໄດ້ຮັບການສະໜັບສະໜູນເທື່ອກໍ່ຕາມ, ແຕ່ທ່ານ Dmitry Peskov ໄດ້ຢັ້ງຢືນວ່າແນ່ນອນແລ້ວ ລັດເຊຍ ຈະກຽມພ້ອມ ແລະ ມີຄວາມສົນໃຈຕໍ່ການຮ່ວມມືຄືດັ່ງກ່າວ.

        ກ່ອນໜ້ານັ້ນ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ກໍ່ຖືວ່າ ບັນດາປະເທດສະມາຊິກ EU ຕ້ອງປຶກສາຫາລືໂດຍກົງກັບ ລັດເຊຍ ກ່ຽວກັບບັນດາບັນຫາຄື ການບຸກໂຈມຕີທາງອິນເຕີເນັດ, ການຫຼຸດຜ່ອນອາວຸດ, ກໍ່ຄືສະພາບການຢູ່ ຢູແກຼນ ແລະ ເບຣາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ