ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ພົບ​ປະ​ສາມ​ຝ່າຍ​ກັບ ຢູ​ແກຼນ ແລະ IAEA

(VOVWORLD) -ລັດເຊຍ ບໍ່ຄັດຄ້ານການດຳເນີນການພົບປະກັບ ຢູແກຼນ ແລະ ອົງການພະລັງງານປະລະມານູສາກົນ (IAEA), ເຖິງຢ່າງໃດກໍຕາມ, ການພົບປະນີ້ ຄວນຈັດຂຶ້ນຢູ່ປະເທດທີສາມ ຫຼື ພາຍໃຕ້ຮູບແບບທາງໄກ, ແທນທີ່ຈະຈັດຂຶ້ນຢູ່ Chernobyl.
ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ພົບ​ປະ​ສາມ​ຝ່າຍ​ກັບ ຢູ​ແກຼນ ແລະ IAEA - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

ລັດເຊຍ ບໍ່ຄັດຄ້ານການດຳເນີນການພົບປະກັບ ຢູແກຼນ ແລະ ອົງການພະລັງງານປະລະມານູສາກົນ (IAEA), ເຖິງຢ່າງໃດກໍຕາມ, ການພົບປະນີ້ ຄວນຈັດຂຶ້ນຢູ່ປະເທດທີສາມ ຫຼື ພາຍໃຕ້ຮູບແບບທາງໄກ, ແທນທີ່ຈະຈັດຂຶ້ນຢູ່ Chernobyl.

ຕາມວັງ Kremlin ແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ແຈ້ງໃຫ້ຊາບເຊັ່ນນັ້ນໃນການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ຝລັ່ງ Emmanuel Macron ເມື່ອ ວັນທີ 6 ມີນາ.  ເມື່ອທ່ານປະທານາທິບໍດີ ຝລັ່ງ ສອບຖາມກ່ຽວກັບສະພາບການຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ ຢູແກຼນ, ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ປັດຈຸບັນ ລະດັບ ແຜ່ກຳມັນຕະພາບລັງສີ ຍັງຢູ່ໃນລະດັບທຳມະດາ. ໃນວັນທີ 3 ມີນາ ໄດ້ເກີດເຫດໄຟໄຫມ້ຢູ່ໂຮງງານໄຟຟ້ານິວເຄຼຍ ໃຫຍ່ທີ່ສຸດໃນເອີຣົບນີ້. ລັດເຊຍ ໄດ້ຄວບຄຸມເຂດອ້ອມຂ້າງໂຮງງານ ໃນຂະນະນັ້ນ ພະນັກງານຂອງ ຢູແກຼນ ຍັງເຄື່ອນໄຫວຢູ່ບັນດາເຕົານິວເຄຼຍ ຢູ່ໂຮງງານແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ