ລັດເຊຍ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ຮັກສາສະຖຽນລະພາບຍຸດທະສາດ

(VOVWORLD) -ນັບມື້ນັບມີຄວາມຂັດແຍ່ງຫຼາຍຢ່າງ ກ່ຽວກັບບັນຫາສະຖຽນລະພາບຍຸດທະສາດທັບຊ້ອນກັນລະຫວ່າງລັດເຊຍ ແລະ ອາເມລິກາ
ລັດເຊຍ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ຮັກສາສະຖຽນລະພາບຍຸດທະສາດ - ảnh 1ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ (ພາບ: RFE/RL )

ວັນທີ 02 ພະຈິກ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ ປະເທດນີ້ ພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາ ເພື່ອຮັກສາສະຖຽນລະພາບໃນທົ່ວໂລກ. ເມື່ອກ່າວຄໍາເຫັນທີ່ການຖະແຫຼງຂ່າວຮ່ວມ ກັບທ່ານ  Thomas Greminger ເລຂາທິການໃຫຍ່ ອົງການຄວາມໝັ້ນຄົງ ແລະ ຮ່ວມມືເອີຣົບ (OSCE) ທີ່ພວມມີການຢ້ຽມຢາມຢູ່ລັດເຊຍ, ທ່ານ Sergei Lavrov ຖືວ່າ ນັບມື້ນັບມີຄວາມຂັດແຍ່ງຫຼາຍຢ່າງ ກ່ຽວກັບບັນຫາສະຖຽນລະພາບຍຸດທະສາດທັບຊ້ອນກັນລະຫວ່າງລັດເຊຍ ແລະ ອາເມລິກາ ເຊິ່ງເປັນສອງປະເທດມະຫາອໍານາດທາງດ້ານນິວເຄຼຍແຖວໜ້າຂອງໂລກ. ທ່ານ Sergei Lavrov ກໍຖືວ່າ ໃນການເຈລະຈາຄັ້ງຕ່າງໆ ກໍຄວນລວມທັງສົນທິສັນຍາບັນດາກໍາລັງນິວເຄຼຍໄລຍະກາງ (INF) ເຊິ່ງ ອາເມລິກາມີເຈດຕະນາຢາກຖອນຕົວອອກຈາກສົນທິສັນຍາສະບັບດັ່ງກ່າວ ແລະ ສົນທິສັນຍາຫຼຸດຜ່ອນອາວຸດໂຈມຕີຍຸດທະສາດໃໝ່ (START) ທີ່ຈະໝົດຜົນສັກສິດໃນປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ