ລັດ​ເຊຍ​ ພ້ອມ​ແລ​້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ອູແກຣນ

(VOVWORLD) - ວັນທີ 11 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢັ້ງຢືນວ່າລັດເຊຍ ຍາມໃດກໍ່ພ້ອມທີ່ຈະດຳເນີນ “ການເຈລະຈາບໍ່ວ່າໃນຮູບແບບໃດກ່ຽວກັບບັນຫາ ອູແກຣນ”, ພ້ອມທັງຈະບໍ່ປະຕິເສດຂໍ້ສະເໜີຂອງທ່ານປະທານາທິບໍດີຄົນໃໝ່ຂອງ ອູແກຣນ ກ່ຽວກັບເລື່ອງດຳເນີນການເຈລະຈາກັບບັນດາການນຳຂອງ ອາເມລິກາ ແລະ ເອີລົບ.
 ລັດ​ເຊຍ​ ພ້ອມ​ແລ​້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ອູແກຣນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ: AFP/TTXVN)

ຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Putin ໄດ້ເນັ້ນໜັກວ່າ ມົດສະກູ ຈະບໍ່ເຄີຍປະຕິເສດບັນດາຂໍ້ສະເໜີເຈລະຈາ, ແຕ່ກໍ່ເນັ້ນໜັກວ່າ ບັນດາການເຈລະຈາຕ້ອງໄດ້ຮັບການກະກຽມຢ່າງລະອຽດ. ການນຳ ລັດເຊຍ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວພາຍຫຼັງທ່ານ Volodymyr Zelensky ປະທານາທິບໍດີຄົນໃໝ່ຂອງ ອູແກຣນເມື່ອວັນທີ 8 ກໍລະກົດ ໃຫ້ຮູ້ວ່າ ທ່ານພ້ອມແລ້ວທີ່ຈະພົບປະກັບທ່ານ Putin ຢູ່ Minsk ເພື່ອດຳເນີນບັນດາການເຈລະຈາ, ແລະ ບັນດາການເຈລະຈານີ້ຄວນມີການເຂົ້າຮ່ວມຂອງບັນດາປະເທດ: ເຢຍລະມັນ, ອັງກິດ, ອາເມລິກາ ແລະ ຝລັ່ງ.

        ແລະກໍ່ໃນວັນດຽວກັນ, ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Putin ແລະ ທ່ານ ທ່ານ ປະທານາທິບໍດີ Zelensky ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ ອູແກຣນ ໃນການ ແລກປ່ຽນຜ່ານທາງໂທລະສັບຄັ້ງທຳອິດລະຫວ່າງການນຳສອງຝ່າຍ ພາຍຫຼັງທ່ານ Zelensky ສະບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ໃນວັນທີ 20 ພຶດສະພາ. ຖະແຫຼງການຂອງວັງ Kremlin ໃຫ້ຮູ້ວ່າ ການນຳສອງປະເທດໄດ້ປຶກສາຫາລືກ່ຽວກັບວິທີການແກ້ໄຂການປະທະກັນຢູ່ພາກຕາເວັນອອກສ່ຽງໃຕ້ຂອງ ອູແກຣນ ແລະ ການຮ່ວມມືສອງຝ່າຍໃນບັນຫາມອບ - ຮັບ ຊະເລີຍເສິກ.

ຕອບກັບ

ຂ່າວ/ບົດ​ອື່ນ