ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ຢ່າງ​ຈິງ​ຈັງ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ແລ​ກ​ປ່ຽນ​ນັກ​ໂທດ

(VOVWORLD) -ຝ່າຍ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາຢ່າງຈິງຈັງກັບ ອາເມລິກາ ກ່ຽວກັບແຜນການລະອຽດເພື່ອແລກປ່ຽນນັກໂທດ. 
ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ຢ່າງ​ຈິງ​ຈັງ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ແລ​ກ​ປ່ຽນ​ນັກ​ໂທດ - ảnh 1ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: IRNA/TTXVN)

ວັນທີ 14 ສິງຫາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ  ຝ່າຍ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາຢ່າງຈິງຈັງກັບ ອາເມລິກາ ກ່ຽວກັບແຜນການລະອຽດເພື່ອແລກປ່ຽນນັກໂທດ. ກ່າວຄຳເຫັນຕໍ່ວົງການສື່ມວນຊົນເມື່ອເຕື້ອງເຖິງນັກທຸລະກິດ Viktor Bout, ເຊິ່ງພວມຖືກຈຳຄຸກ 25 ປີ ຢູ່ ອາເມລິກາ ດ້ວຍຂໍ້ຫາຄ້າຂາຍອາວຸດ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຈລະຈາ ເພື່ອປຶກສາຫາລືກ່ຽວກັບແຜນການລະອຽດໃນການແລກປ່ຽນນັກໂທດ.

ກ່ອນໜ້ານັ້ນ, ວໍຊິງຕັນ ສະເໜີໃຫ້ ມົດສະກູ ນຳນັກໂທດທີ່ເປັນນັກທຸລະກິດ Viktor Bout ແລກເອົາ Brittney Griner, ເຊິ່ງຖືກຕັດສິນຈຳຄຸກຢູ່ ລັດເຊຍ ຍ້ອນການຄ້າຂາຍ ແລະ ສະສົມຢາເສບຕິດ ແລະ Paul Whelan ຜູ້ຖືກຕັດສິນຈຳຄຸກຍ້ອນເປັນນັກສືບສອດແນມ. ໃນການເຈລະຈາທາງໂທລະສັບລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov  ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ໃນເດືອນກໍລະກົດຜ່ານມາ, ສອງຝ່າຍໄດ້ເຕື້ອງເຖິງ ແລະ ເປັນເອກະພາບນຳກັນວ່າ ມາດຕະການທາງການທູດ ແມ່ນເໝາະສົມທີ່ສຸດເພື່ອແກ້ໄຂບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ